-
ປະຖົມມະການ 41:18-21ຄຳພີໄບເບິນສະບັບແປໂລກໃໝ່
-
-
18 ແລ້ວງົວຕຸ້ຍພີ 7 ໂຕກໍຂຶ້ນມາແຕ່ແມ່ນ້ຳນິນ ແລະກິນຫຍ້າຢູ່ແຖວແມ່ນ້ຳນັ້ນ.+ 19 ແລ້ວກໍມີງົວອີກ 7 ໂຕທີ່ຈ່ອຍຂີ້ຮ້າຍ ຂຶ້ນມາແຕ່ແມ່ນ້ຳນິນຄືກັນ. ທົ່ວແຜ່ນດິນເອຢິບຂ້ອຍບໍ່ເຄີຍເຫັນງົວຈ່ອຍທີ່ຂີ້ຮ້າຍປານນີ້. 20 ຈາກນັ້ນ ງົວຈ່ອຍກໍເລີ່ມກືນງົວຕຸ້ຍພີ 7 ໂຕນັ້ນ. 21 ເມື່ອພວກມັນກືນໝົດແລ້ວກໍບໍ່ມີໃຜເບິ່ງອອກວ່າມັນກືນງົວຕຸ້ຍພີເຂົ້າໄປ ຍ້ອນພວກມັນຍັງຈ່ອຍຄືເກົ່າ. ແລ້ວຂ້ອຍກໍຮູ້ເມື່ອ.
-