-
ປະຖົມມະການ 40:8ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ເຂົາເຈົ້າຕອບໂຢເຊັບວ່າ: “ພວກເຮົາສອງຄົນຝັນ ແຕ່ບໍ່ມີໃຜອະທິບາຍຄວາມໝາຍຂອງຄວາມຝັນໃຫ້ພວກເຮົາຟັງໄດ້.” ໂຢເຊັບເວົ້າວ່າ: “ບໍ່ມີໃຜອະທິບາຍໄດ້ດອກ ມີແຕ່ພະເຈົ້າເທົ່ານັ້ນ.+ ພວກເຈົ້າຝັນແນວໃດເລົ່າໃຫ້ຂ້ອຍຟັງໄດ້ບໍ່?”
-
-
ດານີເອນ 2:23ຄຳພີໄບເບິນສະບັບແປໂລກໃໝ່
-
-
23 ພະເຈົ້າເອີ້ຍ ພະອົງເປັນພະເຈົ້າຂອງປູ່ຍ່າຕານາຍຂອງລູກ. ລູກຂໍຂອບໃຈແລະສັນລະເສີນພະອົງ
ຍ້ອນພະອົງໃຫ້ລູກມີສະຕິປັນຍາແລະອຳນາດ.
ຕອນນີ້ ພະອົງໃຫ້ລູກຮູ້ໃນສິ່ງທີ່ພວກເຮົາຂໍ.
ພະອົງໃຫ້ພວກເຮົາຮູ້ເລື່ອງຄວາມຝັນຂອງກະສັດ.”+
-
-
ດານີເອນ 2:28ຄຳພີໄບເບິນສະບັບແປໂລກໃໝ່
-
-
28 ແຕ່ມີພະເຈົ້າອົງໜຶ່ງໃນສະຫວັນເຊິ່ງເປັນຜູ້ເປີດເຜີຍເລື່ອງທີ່ເປັນຄວາມລັບ+ ແລະເພິ່ນໄດ້ໃຫ້ກະສັດເນບູກາດເນັດຊາຮູ້ສິ່ງທີ່ຈະເກີດຂຶ້ນໃນສະໄໝສຸດທ້າຍ. ຕໍ່ໄປນີ້ແມ່ນຄວາມຝັນແລະນິມິດທີ່ກະສັດເຫັນຕອນທີ່ທ່ານນອນຫຼັບຢູ່:
-