-
ປະຖົມມະການ 45:11ຄຳພີໄບເບິນສະບັບແປໂລກໃໝ່
-
-
11 ລູກຈະເປັນຄົນເບິ່ງແຍງເລື່ອງແນວຢູ່ແນວກິນໃຫ້ພໍ່ເອງ ເພາະຄວາມອຶດຢາກຍັງຊິມີຕໍ່ອີກ 5 ປີ.+ ຖ້າບໍ່ເຮັດຈັ່ງຊັ້ນ ພໍ່ກັບຄົນໃນຄອບຄົວຂອງພໍ່ ແລະຝູງສັດຂອງພໍ່ກໍຈະອຶດຕາຍ.”’
-
-
ປະຖົມມະການ 47:13ຄຳພີໄບເບິນສະບັບແປໂລກໃໝ່
-
-
13 ຍ້ອນຄວາມອຶດຢາກຮຸນແຮງຫຼາຍ ຢູ່ທົ່ວທຸກດິນແດນຈຶ່ງບໍ່ມີອາຫານເລີຍ. ຄົນໃນແຜ່ນດິນເອຢິບແລະການາອານກໍອຶດຫິວຫຼາຍຍ້ອນບໍ່ມີອາຫານກິນ.+
-
-
ປະຖົມມະການ 47:19ຄຳພີໄບເບິນສະບັບແປໂລກໃໝ່
-
-
19 ພວກເຮົາບໍ່ຢາກຕາຍແລະປະດິນໄວ້ຊື່ໆກໍເລີຍຢາກເອົາດິນແລະໂຕເອງແລກກັບອາຫານ. ພວກເຮົາຊິເປັນທາດຂອງຟາໂຣແລະເອົາດິນໃຫ້ຟາໂຣ. ຂໍແນວພັນປູກໃຫ້ພວກເຮົາແດ່ ພວກເຮົາຈຶ່ງຊິບໍ່ຕາຍແລະປະດິນໄວ້ລ້າໆ.”
-