-
ປະຖົມມະການ 48:17ຄຳພີໄບເບິນສະບັບແປໂລກໃໝ່
-
-
17 ເມື່ອໂຢເຊັບເຫັນວ່າພໍ່ເອົາມືຂວາວາງເທິງຫົວຂອງເອຟຣາຢິມ ລາວກໍບໍ່ພໍໃຈ. ລາວເລີຍເອົາມືຂວາຂອງພໍ່ອອກຈາກຫົວຂອງເອຟຣາຢິມແລະໄປວາງເທິງຫົວຂອງມານາເຊ.
-
-
ຈົດເຊັນບັນຊີ 1:32, 33ຄຳພີໄບເບິນສະບັບແປໂລກໃໝ່
-
-
32 ເຂົາເຈົ້າຈົດລາຍຊື່ລູກຫຼານຂອງເອຟຣາຢິມ+ ເຊິ່ງເປັນລູກຊາຍຂອງໂຢເຊັບຕາມຄອບຄົວຂອງເຂົາເຈົ້າ ແລະຕາມຈຸ້ມເຈື້ອຂອງເຂົາເຈົ້າ. ເຂົາເຈົ້ານັບຈຳນວນຜູ້ຊາຍທຸກຄົນທີ່ມີອາຍຸຕັ້ງແຕ່ 20 ປີຂຶ້ນໄປ ແລະເຂົ້າຮ່ວມກັບກອງທັບໄດ້. 33 ຈຳນວນຄົນທີ່ລົງທະບຽນທັງໝົດຂອງຕະກູນເອຟຣາຢິມມີ 40.500 ຄົນ.
-
-
ພະບັນຍັດ 33:17ຄຳພີໄບເບິນສະບັບແປໂລກໃໝ່
-
-
17 ລາວຈະແຂງແຮງຄືກັບງົວໂຕຜູ້ທີ່ເປັນລູກໂຕທຳອິດ
ແລະເຂົາຂອງລາວກໍເປັນຄືກັບເຂົາຂອງງົວປ່າ.
ລາວຈະໃຊ້ເຂົາຂອງລາວຊົນໃສ່ຊາດຕ່າງໆ
ໃຫ້ໄປຢູ່ສຸດຂອບໂລກ.
ເຂົາເຫຼົ່ານີ້ແມ່ນພວກເອຟຣາຢິມຫຼາຍໝື່ນຄົນ+
ແລະພວກມານາເຊຫຼາຍພັນຄົນ.”
-