-
ປະຖົມມະການ 12:16ຄຳພີໄບເບິນສະບັບແປໂລກໃໝ່
-
-
16 ຍ້ອນຊາຣາຍ ກະສັດຈຶ່ງເບິ່ງແຍງອັບຣາມເປັນຢ່າງດີ ແລະເອົາແກະ ເອົາງົວ ລາຜູ້ກັບລາແມ່ ແລະອູດ ພ້ອມທັງຄົນຮັບໃຊ້ຊາຍຍິງໃຫ້ອັບຣາມ.+
-
-
ປະຖົມມະການ 26:12ຄຳພີໄບເບິນສະບັບແປໂລກໃໝ່
-
-
12 ອີຊາກໄດ້ປູກພືດຜັກໃນແຜ່ນດິນນັ້ນ ແລະໃນປີນັ້ນລາວໄດ້ຮັບຜົນຜະລິດ 100 ເທົ່າ ຍ້ອນວ່າພະເຢໂຫວາໄດ້ອວຍພອນລາວ.+
-
-
ປະຖົມມະການ 26:14ຄຳພີໄບເບິນສະບັບແປໂລກໃໝ່
-
-
14 ລາວມີແກະກັບງົວຫຼາຍຝູງ ແລະມີຄົນຮັບໃຊ້ຫຼາຍຄົນ+ ພວກຟີລິດສະຕີນກໍເລີຍເລີ່ມອິດສາລາວ.
-
-
ປະຖົມມະການ 46:33, 34ຄຳພີໄບເບິນສະບັບແປໂລກໃໝ່
-
-
33 ເມື່ອຟາໂຣເອີ້ນພວກເຈົ້າໄປຖາມວ່າ ‘ພວກເຈົ້າເຮັດວຽກຫຍັງ?’ 34 ໃຫ້ພວກເຈົ້າຕອບວ່າ ‘ຜູ້ຮັບໃຊ້ຂອງທ່ານເປັນຄົນລ້ຽງສັດ ຕັ້ງແຕ່ນ້ອຍໆຈົນຮອດຕອນນີ້. ພວກເຮົາເປັນຄົນລ້ຽງສັດຄືກັບປູ່ຍ່າຕານາຍຂອງພວກເຮົາ.’+ ແລ້ວພວກເຈົ້າຈະໄດ້ຢູ່ໃນໂກເຊັນ+ຢ່າງສະຫງົບສຸກ ເພາະວ່າຄົນເອຢິບຊັງຄົນລ້ຽງແກະ.”+
-