ມາລາກີ 2:16 ຄຳພີໄບເບິນສະບັບແປໂລກໃໝ່ 16 ພະເຢໂຫວາພະເຈົ້າຂອງອິດສະຣາເອນເວົ້າວ່າ ‘ເຮົາຊັງການຢ່າຮ້າງ+ແລະຊັງຄົນທີ່ມັກຄວາມຮຸນແຮງ.’ ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ ‘ໃຫ້ລະວັງຄວາມຄິດຂອງພວກເຈົ້າ ແລະຢ່າທໍລະຍົດກັນ.’+ ມັດທາຍ 19:5 ຄຳພີໄບເບິນສະບັບແປໂລກໃໝ່ 5 ແລະເພິ່ນບອກວ່າ ‘ຜູ້ຊາຍຈະຈາກພໍ່ແມ່ໄປຜູກພັນໃກ້ຊິດກັບເມຍ ແລະເຂົາເຈົ້າກໍຈະເປັນອັນໜຶ່ງອັນດຽວກັນ’?*+ ມາຣະໂກ 10:7, 8 ຄຳພີໄບເບິນສະບັບແປໂລກໃໝ່ 7 ຜູ້ຊາຍຈະຈາກພໍ່ແມ່ໄປ+ 8 ແລ້ວເຂົາເຈົ້າຈະເປັນອັນໜຶ່ງອັນດຽວກັນ.’*+ ເຂົາເຈົ້າຈຶ່ງບໍ່ເປັນ 2 ອີກຕໍ່ໄປ ແຕ່ເປັນກາຍອັນດຽວກັນ. ໂຣມ 7:2 ຄຳພີໄບເບິນສະບັບແປໂລກໃໝ່ 2 ຕົວຢ່າງເຊັ່ນ: ຜູ້ຍິງທີ່ແຕ່ງດອງແລ້ວມີຂໍ້ຜູກມັດທາງກົດໝາຍຕອນທີ່ຜົວຍັງມີຊີວິດຢູ່ ແຕ່ຖ້າຜົວຕາຍແລ້ວ ລາວກໍພົ້ນຈາກກົດຂອງຜົວ.+ 1 ໂກຣິນໂທ 6:16 ຄຳພີໄບເບິນສະບັບແປໂລກໃໝ່ 16 ພວກເຈົ້າບໍ່ຮູ້ບໍວ່າຄົນທີ່ໄປຮ່ວມກັບໂສເພນີກໍເປັນຮ່າງກາຍດຽວກັບລາວ? ຍ້ອນພະເຈົ້າບອກໄວ້ວ່າ “ເຂົາເຈົ້າຈຶ່ງບໍ່ເປັນ 2 ອີກຕໍ່ໄປ ແຕ່ເປັນກາຍອັນດຽວກັນ.”*+ ເອເຟໂຊ 5:31 ຄຳພີໄບເບິນສະບັບແປໂລກໃໝ່ 31 “ດັ່ງນັ້ນ ຜູ້ຊາຍຈະຈາກພໍ່ແມ່ໄປຜູກພັນໃກ້ຊິດກັບເມຍ ແລະເຂົາເຈົ້າກໍຈະເປັນອັນໜຶ່ງອັນດຽວກັນ.”*+ ເຮັບເຣີ 13:4 ຄຳພີໄບເບິນສະບັບແປໂລກໃໝ່ 4 ໃຫ້ທຸກຄົນນັບຖືການຈັດກຽມຂອງພະເຈົ້າເລື່ອງການແຕ່ງດອງ ແລະໃຫ້ຜົວເມຍສັດຊື່ຕໍ່ກັນ+ ຍ້ອນພະເຈົ້າຈະຕັດສິນລົງໂທດຄົນທີ່ເຮັດຜິດສິນລະທຳທາງເພດ*ແລະຄົນຫຼິ້ນຊູ້.+
16 ພະເຢໂຫວາພະເຈົ້າຂອງອິດສະຣາເອນເວົ້າວ່າ ‘ເຮົາຊັງການຢ່າຮ້າງ+ແລະຊັງຄົນທີ່ມັກຄວາມຮຸນແຮງ.’ ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ ‘ໃຫ້ລະວັງຄວາມຄິດຂອງພວກເຈົ້າ ແລະຢ່າທໍລະຍົດກັນ.’+
5 ແລະເພິ່ນບອກວ່າ ‘ຜູ້ຊາຍຈະຈາກພໍ່ແມ່ໄປຜູກພັນໃກ້ຊິດກັບເມຍ ແລະເຂົາເຈົ້າກໍຈະເປັນອັນໜຶ່ງອັນດຽວກັນ’?*+
7 ຜູ້ຊາຍຈະຈາກພໍ່ແມ່ໄປ+ 8 ແລ້ວເຂົາເຈົ້າຈະເປັນອັນໜຶ່ງອັນດຽວກັນ.’*+ ເຂົາເຈົ້າຈຶ່ງບໍ່ເປັນ 2 ອີກຕໍ່ໄປ ແຕ່ເປັນກາຍອັນດຽວກັນ.
2 ຕົວຢ່າງເຊັ່ນ: ຜູ້ຍິງທີ່ແຕ່ງດອງແລ້ວມີຂໍ້ຜູກມັດທາງກົດໝາຍຕອນທີ່ຜົວຍັງມີຊີວິດຢູ່ ແຕ່ຖ້າຜົວຕາຍແລ້ວ ລາວກໍພົ້ນຈາກກົດຂອງຜົວ.+
16 ພວກເຈົ້າບໍ່ຮູ້ບໍວ່າຄົນທີ່ໄປຮ່ວມກັບໂສເພນີກໍເປັນຮ່າງກາຍດຽວກັບລາວ? ຍ້ອນພະເຈົ້າບອກໄວ້ວ່າ “ເຂົາເຈົ້າຈຶ່ງບໍ່ເປັນ 2 ອີກຕໍ່ໄປ ແຕ່ເປັນກາຍອັນດຽວກັນ.”*+
31 “ດັ່ງນັ້ນ ຜູ້ຊາຍຈະຈາກພໍ່ແມ່ໄປຜູກພັນໃກ້ຊິດກັບເມຍ ແລະເຂົາເຈົ້າກໍຈະເປັນອັນໜຶ່ງອັນດຽວກັນ.”*+
4 ໃຫ້ທຸກຄົນນັບຖືການຈັດກຽມຂອງພະເຈົ້າເລື່ອງການແຕ່ງດອງ ແລະໃຫ້ຜົວເມຍສັດຊື່ຕໍ່ກັນ+ ຍ້ອນພະເຈົ້າຈະຕັດສິນລົງໂທດຄົນທີ່ເຮັດຜິດສິນລະທຳທາງເພດ*ແລະຄົນຫຼິ້ນຊູ້.+