11 ອິດສະຣາເອນກໍເລີຍບອກພວກລູກຊາຍວ່າ: “ຖ້າຈັ່ງຊັ້ນ ໄປກໍໄປ. ແຕ່ໃຫ້ພວກລູກເອົາແນວດີໆຢູ່ໃນແຜ່ນດິນນີ້ໄປເປັນຂອງຂວັນໃຫ້ຜູ້ຊາຍຄົນນັ້ນນຳ.+ ໃຫ້ເອົານ້ຳມັນຫອມທີ່ສະກັດຈາກພືດ+ ນ້ຳເຜີ້ງ ຢາງໄມ້ຫອມ ເປືອກໄມ້ທີ່ມີຢາງ+ ຖົ່ວພິດຕາຊິໂອ້ ແລະແອວມ້ອນໄປນຳ.