-
ອົບພະຍົບ 25:31-39ຄຳພີໄບເບິນສະບັບແປໂລກໃໝ່
-
-
31 ໃຫ້ເອົາຄຳແທ້ກ້ອນໜຶ່ງມາຕີເປັນຂາຕະກຽງ.+ ຂາຕະກຽງນັ້ນຕ້ອງມີຖານ ຂາຕັ້ງ ງ່າ ກີບທີ່ຕິດຂວັ້ນ ດອກຈູມ ແລະດອກບານ.+ 32 ໃຫ້ເຮັດງ່າອອກຈາກຂາຕັ້ງ 6 ງ່າ ເບື້ອງຊ້າຍ 3 ງ່າ ແລະເບື້ອງຂວາ 3 ງ່າ. 33 ແຕ່ລະງ່າຈະມີກີບທີ່ຕິດຂວັ້ນຄືກັບດອກແອວມ້ອນ ດອກຈູມ ແລະດອກບານ ງ່າລະ 3 ຊຸດ. ທັງ 6 ງ່າຕ້ອງເຮັດແບບນີ້ຄືກັນໝົດ. 34 ແຕ່ຂາຕັ້ງຂອງຂາຕະກຽງຈະມີກີບທີ່ຕິດຂວັ້ນຄືກັບດອກແອວມ້ອນ ດອກຈູມ ແລະດອກບານ 4 ຊຸດ. 35 ຈະມີດອກຈູມດອກໜຶ່ງຢູ່ກ້ອງຂອງງ່າຄູ່ທຳອິດ ອີກດອກໜຶ່ງຢູ່ກ້ອງຄູ່ທີ 2 ແລະອີກດອກໜຶ່ງຢູ່ກ້ອງຄູ່ທີ 3. ທັງ 6 ງ່າກໍເດ່ອອກຈາກຂາຕັ້ງແບບນັ້ນ. 36 ທັງດອກຈູມ ທັງງ່າ ແລະສ່ວນອື່ນໆຂອງຕະກຽງທີ່ມີຂານີ້ຕ້ອງຕີຈາກຄຳແທ້ກ້ອນດຽວ.+ 37 ໃຫ້ເຮັດຕະກຽງ 7 ອັນໃສ່ເທິງຂາຕະກຽງນີ້. ເມື່ອໄຕ້ໄຟ ແສງກໍຊິສ່ອງໄປອ້ອມໆຕະກຽງ.+ 38 ໃຫ້ເຮັດແນວໜີບໄສ້ຕະກຽງແລະແນວໃສ່ຂີ້ໄສ້ຕະກຽງດ້ວຍຄຳແທ້.+ 39 ໃຫ້ເຮັດຂາຕະກຽງກັບເຄື່ອງໃຊ້ທັງໝົດທີ່ກ່ຽວກັບຕະກຽງດ້ວຍຄຳແທ້ໜັກ 1 ຕະລັນ.*
-