-
ອົບພະຍົບ 30:1-5ຄຳພີໄບເບິນສະບັບແປໂລກໃໝ່
-
-
30 “ໃຫ້ເຈົ້າສ້າງແທ່ນບູຊາທີ່ໃຊ້ເຜົາເຄື່ອງຫອມ.+ ໃຫ້ເຮັດແທ່ນນີ້ດ້ວຍໄມ້ອະຄາເຊຍ.+ 2 ແທ່ນນີ້ຕ້ອງເປັນຮູບຊົງສີ່ລ່ຽມ ຍາວ 1 ສອກ* ກວ້າງ 1 ສອກ ແລະສູງ 2 ສອກ.* ໃຫ້ເຮັດເຂົາຢູ່ໄມ້ດຽວກັນກັບແທ່ນ.+ 3 ໃຫ້ເຈົ້າເອົາຄຳແທ້ມາໂອບໜ້າແທ່ນ ໂອບຂ້າງຂອງແທ່ນແລະໂອບເຂົາເຫຼົ່ານັ້ນ ແລ້ວໃຫ້ເຮັດຂອບຄຳໃສ່ອ້ອມແທ່ນນຳ. 4 ຢູ່ທາງລຸ່ມຂອງຂອບໃຫ້ເຮັດບ້ວງຄຳ 2 ບ້ວງໃສ່ 2 ຂ້າງຂອງແທ່ນ. ບ້ວງເຫຼົ່ານີ້ຈະໃຊ້ເພື່ອສອດໄມ້ຫາມແທ່ນ. 5 ໄມ້ຫາມເຫຼົ່ານີ້ຕ້ອງເຮັດຈາກໄມ້ອະຄາເຊຍແລະໃຫ້ເອົາຄຳມາໂອບ.
-