-
ອົບພະຍົບ 27:1-8ຄຳພີໄບເບິນສະບັບແປໂລກໃໝ່
-
-
27 “ໃຫ້ເຈົ້າເຮັດແທ່ນບູຊາດ້ວຍໄມ້ອະຄາເຊຍ+ເປັນຮູບຊົງສີ່ລ່ຽມ ຍາວ 5 ສອກ* ກວ້າງ 5 ສອກ ແລະສູງ 3 ສອກ.*+ 2 ໃຫ້ເຮັດເຂົາ+ 4 ອັນຢູ່ແຕ່ລະແຈຂອງແທ່ນ. ເຂົາ 4 ອັນນັ້ນຕ້ອງເຮັດຢູ່ໄມ້ດຽວກັນກັບແທ່ນແລະໃຫ້ເອົາທອງແດງມາໂອບແທ່ນນັ້ນ.+ 3 ໃຫ້ເຮັດຖັງໃສ່ຂີ້ເທົ່າ* ຊວ້ານ ຖ້ວຍ ສ້ອມໃຫຍ່ທີ່ມີສາມງ່າມ ແລະຖາດສຳລັບໃສ່ຖ່ານທີ່ຮ້ອນໆ. ໃຫ້ເຮັດເຄື່ອງໃຊ້ທຸກອັນດ້ວຍທອງແດງ.+ 4 ໃຫ້ເອົາທອງແດງມາເຮັດຕານ່າງສຳລັບແທ່ນບູຊາ ແລະໃຫ້ເຮັດບ້ວງ 4 ບ້ວງດ້ວຍທອງແດງໃສ່ 4 ແຈຂອງຕານ່າງນັ້ນ. 5 ໃຫ້ເອົາຕານ່າງມາຕິດຢູ່ລຸ່ມຂອງຂອບທີ່ຢູ່ເຄິ່ງກາງຂອງແທ່ນບູຊາ. 6 ໃຫ້ເອົາໄມ້ອະຄາເຊຍມາເຮັດເປັນໄມ້ຫາມແທ່ນບູຊາ ແລະເອົາທອງແດງມາໂອບໄມ້ຫາມນັ້ນ. 7 ໄມ້ຫາມຕ້ອງສອດໃສ່ບ້ວງທັງສອງຂ້າງຂອງແທ່ນບູຊາເພື່ອຊິຫາມໄປໄດ້.+ 8 ໃຫ້ເອົາໄມ້ແປ້ນມາເຮັດແທ່ນບູຊາໃຫ້ເປັນຮູບຊົງສີ່ລ່ຽມທີ່ມີທາງກາງໂລ່ງ. ໃຫ້ເຈົ້າເຮັດຕາມທີ່ເຮົາໃຫ້ເຈົ້າເຫັນເທິງພູນີ້.+
-
-
ອົບພະຍົບ 40:10ຄຳພີໄບເບິນສະບັບແປໂລກໃໝ່
-
-
10 ໃຫ້ຊິດນ້ຳມັນໃສ່ແທ່ນທີ່ໃຊ້ສຳລັບເຄື່ອງບູຊາເຜົາກັບເຄື່ອງໃຊ້ທຸກຢ່າງສຳລັບແທ່ນນັ້ນ ແລະເຮັດໃຫ້ແທ່ນບູຊານັ້ນບໍລິສຸດແທ້ໆ.+
-