ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 27:9-15
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ໃຫ້​ກັ້ນ​ຂອບ​ເຂດ​ເພື່ອ​ເຮັດ​ເດີ່ນ+​ຂອງ​ເຕັ້ນ​ສັກສິດ. ຢູ່​ທາງ​ທິດໃຕ້​ຂອງ​ເດີ່ນ ໃຫ້​ເອົາ​ຜ້າ​ທີ່​ເຮັດ​ດ້ວຍ​ເສັ້ນ​ປ່ານ​ຢ່າງ​ດີ​ທີ່​ຝັ້ນ​ເຂົ້າ​ກັນ​ແລ້ວ ຍາວ 100 ສອກ*ມາ​ກັ້ນ​ໄວ້.+ 10 ໃຫ້​ເອົາ​ທອງແດງ​ມາ​ເຮັດ​ເສົາ 20 ຕົ້ນ​ແລະ​ເຮັດ​ຖານ​ຮອງ​ຕີນ​ເສົາ 20 ອັນ. ໃຫ້​ເຮັດ​ຂໍ​ເກາະ​ກັບ​ບ້ວງ​ຂອງ​ເສົາ​ດ້ວຍ​ເງິນ. 11 ທາງ​ທິດເໜືອ​ຈະ​ມີ​ຜ້າ​ທີ່​ໃຊ້​ເພື່ອ​ກັ້ນ ຍາວ 100 ສອກ* ມີ​ເສົາ 20 ຕົ້ນ​ກັບ​ຖານ​ຮອງ​ຕີນ​ເສົາ 20 ອັນ​ທີ່​ເຮັດ​ດ້ວຍ​ທອງແດງ ແລະ​ມີ​ຂໍ​ເກາະ​ກັບ​ບ້ວງ​ທີ່​ເຮັດ​ດ້ວຍ​ເງິນ​ສຳລັບ​ແຕ່​ລະ​ເສົາ. 12 ທາງ​ທິດຕາເວັນຕົກ​ຈະ​ມີ​ຜ້າ​ທີ່​ໃຊ້​ເພື່ອ​ກັ້ນ ຍາວ 50 ສອກ*ຕາມ​ລວງ​ກວ້າງ​ຂອງ​ເດີ່ນ ແລະ​ມີ​ເສົາ 10 ຕົ້ນ​ກັບ​ຖານ​ຮອງ​ຕີນ​ເສົາ 10 ອັນ. 13 ທາງ​ທິດ​ຕາເວັນ​ອອກ​ຂອງ​ເດີ່ນ​ຕ້ອງ​ກວ້າງ 50 ສອກ.* 14 ຢູ່​ທາງເບື້ອງ​ຂວາຂອງ​ທາງເຂົ້າ​ເດີ່ນ​ຈະ​ມີ​ຜ້າ​ທີ່​ໃຊ້​ເພື່ອ​ກັ້ນ ຍາວ 15 ສອກ* ແລະ​ມີ​ເສົາ 3 ຕົ້ນ​ກັບ​ຖານ​ຮອງ​ຕີນ​ເສົາ 3 ອັນ+ 15 ແລະ​ຢູ່​ທາງເບື້ອງ​ຊ້າຍ​ຂອງທາງເຂົ້າ​ເດີ່ນ​ຈະ​ມີ​ຜ້າ​ທີ່​ໃຊ້​ເພື່ອ​ກັ້ນ ຍາວ 15 ສອກ* ແລະ​ມີ​ເສົາ 3 ຕົ້ນ​ກັບ​ຖານ​ຮອງ​ຕີນ​ເສົາ 3 ອັນ.

ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌