-
ຈົດເຊັນບັນຊີ 27:1-5ຄຳພີໄບເບິນສະບັບແປໂລກໃໝ່
-
-
27 ພວກລູກສາວຂອງເຊໂລເຟຂາດ+ໄດ້ມາຫາໂມເຊ. ເຊໂລເຟຂາດເປັນລູກຊາຍຂອງເຮເຟ ເຮເຟເປັນລູກຊາຍຂອງກິລຽດ ກິລຽດເປັນລູກຊາຍຂອງມາກີ ມາກີເປັນລູກຊາຍຂອງມານາເຊ. ຄົນເຫຼົ່ານີ້ຢູ່ໃນຕະກູນມານາເຊທີ່ເປັນລູກຊາຍຂອງໂຢເຊັບ. ພວກລູກສາວຂອງເຊໂລເຟຂາດຊື່ ມາລາ ໂນອາ ໂຮກລາ ມີລະກາ ແລະຕີຣະຊາ. 2 ເຂົາເຈົ້າມາຢືນຢູ່ທາງເຂົ້າເຕັ້ນຂໍການຊີ້ນຳຕໍ່ໜ້າໂມເຊ ປະໂລຫິດເອເລອາຊາ ພວກຜູ້ນຳຂອງອິດສະຣາເອນ+ ແລະພວກອິດສະຣາເອນ. ເຂົາເຈົ້າເວົ້າວ່າ: 3 “ພໍ່ຂອງພວກເຮົາຕາຍຢູ່ໃນບ່ອນກັນດານ ແຕ່ພໍ່ບໍ່ໄດ້ຢູ່ນຳພວກຂອງໂກຣາ+ທີ່ຕໍ່ຕ້ານພະເຢໂຫວາ. ພໍ່ຕາຍຍ້ອນບາບຂອງພໍ່ເອງ ແລະພໍ່ບໍ່ມີລູກຊາຍຈັກຄົນ. 4 ຍ້ອນພໍ່ຂອງພວກເຮົາບໍ່ມີລູກຊາຍ ຊື່ຂອງພໍ່ກໍຊິຖືກລຶບອອກຈາກຕະກູນເລີຍບໍ? ຂໍໃຫ້ພວກເຮົາໄດ້ດິນມູນນຳກັນກັບພວກອ້າຍນ້ອງຂອງພໍ່ເຮົາໄດ້ບໍ?” 5 ໂມເຊຈຶ່ງໄປຖາມພະເຢໂຫວາກ່ຽວກັບເລື່ອງນີ້.+
-