ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 36:8-13
    ຄຳພີໄບເບິນສະບັບແປໂລກໃໝ່
    • 8 ພວກ​ຊ່າງ​ທີ່​ມີ​ສີ​ມື+​ກໍ​ຊ່ວຍ​ກັນ​ເຮັດ​ຜ້າ​ເຕັ້ນ​ສັກສິດ+ ດ້ວຍ​ຜ້າ 10 ຜືນ​ຈາກ​ເສັ້ນ​ປ່ານ​ຢ່າງ​ດີ​ທີ່​ຝັ້ນ​ເຂົ້າ​ກັນ​ແລ້ວ ດ້າຍ​ສີ​ຟ້າ ດ້າຍ​ຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ ແລະ​ດ້າຍ*ສີ​ແດງ​ສົດ. ລາວ*ແສ່ວ​ຮູບ​ເຄຣູບ​ໃສ່​ຜ້າ​ທຸກ​ຜືນ.+ 9 ຜ້າ​ທຸກ​ຜືນ​ມີ​ຂະໜາດ​ສ່ຳ​ກັນ​ໝົດຄື ຍາວ 28 ສອກ* ແລະ​ກວ້າງ 4 ສອກ.* 10 ລາວ​ເອົາ​ຜ້າ 5 ຜືນ​ມາ​ຫຍິບ​ຕໍ່​ກັນ​ເປັນ​ຜ້າ​ຜືນ​ໃຫຍ່​ຜືນ​ໜຶ່ງ ແລະ​ອີກ 5 ຜືນ​ກໍ​ເຮັດ​ຄື​ກັນ. 11 ລາວ​ເອົາ​ດ້າຍ​ສີ​ຟ້າ​ມາ​ເຮັດ​ບ້ວງ​ໃສ່​ຂ້າງ​ໜຶ່ງ​ຂອງ​ຜ້າ​ຜືນ​ທຳອິດ ຂ້າງ​ທີ່​ຈະ​ຕໍ່​ກັບ​ອີກ​ຜືນ​ໜຶ່ງ ແລະ​ຜ້າ​ອີກ​ຜືນ​ໜຶ່ງ​ລາວ​ກໍ​ເຮັດ​ບ້ວງ​ໃສ່​ຄື​ກັນ​ເພື່ອ​ຈະ​ໄດ້​ຕໍ່​ກັບ​ຜ້າ​ຜືນ​ທຳອິດ. 12 ລາວ​ເຮັດ​ບ້ວງ 50 ບ້ວງ​ໃສ່​ຂອບ​ຂ້າງ​ໜຶ່ງ​ຂອງ​ຜ້າ​ຜືນ​ທຳອິດ ແລະ​ເຮັດ​ອີກ 50 ບ້ວງ​ໃສ່​ອີກ​ຂ້າງ​ໜຶ່ງ​ຂອງ​ຜ້າ​ຜືນ​ທີ​ສອງ. ເມື່ອ​ຕໍ່​ກັນ​ບ້ວງ​ຂອງ​ຜ້າ​ທັງ​ສອງ​ຜືນ​ຈະ​ຢູ່​ເຄິ່ງ​ກັນ​ພໍ​ດີ. 13 ແລ້ວ​ລາວ​ກໍ​ເຮັດ​ຂໍ​ເກາະ 50 ຂໍ​ດ້ວຍ​ຄຳ ແລະ​ເອົາ​ມາ​ເກາະ​ຜ້າ 2 ຜືນ​ຕໍ່​ກັນ ເພື່ອ​ໃຫ້​ຜ້າ​ຂອງ​ເຕັ້ນ​ສັກສິດ​ຕໍ່​ກັນ​ເປັນ​ຜືນ​ດຽວ.

ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌