-
ອົບພະຍົບ 36:24-26ຄຳພີໄບເບິນສະບັບແປໂລກໃໝ່
-
-
24 ລາວເອົາເງິນມາເຮັດຖານທີ່ມີຮູທັງໝົດ 40 ອັນເພື່ອຊິໄດ້ເອົາໂຄງຝາ 20 ປ່ອງມາສຸບໃສ່. ໂຄງຝາແຕ່ລະປ່ອງຈະມີຖານ 2 ອັນເພື່ອເອົາຕີນຂອງໂຄງຝາທີ່ເຮັດເປັນຫົວສຸບແລ້ວມາສຸບໃສ່ ແລະໂຄງຝາອັນຕໍ່ໆໄປລາວກໍເຮັດແບບນີ້ຄືກັນ.+ 25 ທາງທິດເໜືອຂອງເຕັ້ນສັກສິດລາວກໍເຮັດໂຄງຝາ 20 ປ່ອງ 26 ແລະເອົາເງິນມາເຮັດຖານທີ່ມີຮູທັງໝົດ 40 ອັນ. ໂຄງຝາແຕ່ລະປ່ອງມີຖານ 2 ອັນແບບນີ້ຄືກັນໝົດ.
-