-
ລະບຽບພວກເລວີ 24:2, 3ຄຳພີໄບເບິນສະບັບແປໂລກໃໝ່
-
-
2 “ໃຫ້ເຈົ້າບອກພວກອິດສະຣາເອນວ່າໃຫ້ເອົານ້ຳມັນໝາກກອກບໍລິສຸດທີ່ໄດ້ຈາກການຕຳມາໃສ່ຕະກຽງເພື່ອຈະໃຫ້ຕະກຽງມີໄຟລຸກຢູ່ຕະຫຼອດ.+ 3 ຢູ່ຫ້ອງບໍລິສຸດບ່ອນທີ່ໃກ້ກັບຫີບສັນຍາ*ໃນເຕັ້ນສັກສິດ* ອາໂຣນຕ້ອງຈັດໃຫ້ມີຄົນເບິ່ງແຍງໃຫ້ຕະກຽງມີໄຟລຸກຢູ່ຕໍ່ໜ້າພະເຢໂຫວາຕະຫຼອດ ຕັ້ງແຕ່ຄ່ຳຈົນຮອດຕອນເຊົ້າ. ນີ້ແມ່ນຄຳສັ່ງທີ່ພວກເຈົ້າຕ້ອງເຮັດຕາມໄປຈົນຮອດລຸ້ນລູກລຸ້ນຫຼານຕໍ່ໆໄປ.
-
-
1 ກະສັດ 7:48, 49ຄຳພີໄບເບິນສະບັບແປໂລກໃໝ່
-
-
48 ເຄື່ອງໃຊ້ທັງໝົດທີ່ໂຊໂລໂມນໃຫ້ເຮັດສຳລັບວິຫານຂອງພະເຢໂຫວາມີ: ແທ່ນບູຊາ+ທີ່ເປັນຄຳ ໂຕະຄຳ+ສຳລັບວາງເຂົ້າຈີ່ທີ່ຕັ້ງໄວ້* 49 ຂາຕະກຽງ+ທີ່ເປັນຄຳແທ້ 5 ອັນເຊິ່ງຕັ້ງຢູ່ເບື້ອງຂວາກັບອີກ 5 ອັນເຊິ່ງຕັ້ງຢູ່ເບື້ອງຊ້າຍຕໍ່ໜ້າຫ້ອງບໍລິສຸດທີ່ສຸດ ດອກໄມ້ບານທີ່ເປັນຄຳ+ ຕະກຽງທີ່ເປັນຄຳ ແນວໜີບໄສ້ຕະກຽງທີ່ເປັນຄຳ+
-