-
ອົບພະຍົບ 29:10-14ຄຳພີໄບເບິນສະບັບແປໂລກໃໝ່
-
-
10 ຈາກນັ້ນ ໃຫ້ເອົາງົວໂຕນັ້ນມາຕໍ່ໜ້າເຕັ້ນສັກສິດແລະໃຫ້ອາໂຣນກັບພວກລູກຊາຍວາງມືເທິງຫົວຂອງມັນ+ 11 ແລ້ວກໍຂ້າມັນຢູ່ທາງເຂົ້າເຕັ້ນສັກສິດຕໍ່ໜ້າພະເຢໂຫວາ.+ 12 ໃຫ້ເຈົ້າເອົານິ້ວມືຈຸ່ມເລືອດແລ້ວເອົາໄປຕ້ວຍໃສ່ເຂົາທີ່ຢູ່ແຈແທ່ນບູຊາ+ ແລະເອົາສ່ວນທີ່ເຫຼືອທັງໝົດເທໃສ່ຂອບທາງລຸ່ມຂອງແທ່ນບູຊາ.+ 13 ໃຫ້ເອົານ້ຳມັນ+ທີ່ປົກໄສ້ ນ້ຳມັນທີ່ຕິດຢູ່ຕັບ ແລະໝາກໄຂ່ຫຼັງ 2 ໜ່ວຍກັບນ້ຳມັນທີ່ຕິດຢູ່ຫັ້ນ ໄປເຜົາຢູ່ແທ່ນບູຊາເພື່ອໃຫ້ມີຄວັນອອກມາ.+ 14 ແຕ່ໃຫ້ເອົາຊີ້ນ ເອົາໜັງ ແລະຂີ້ຂອງມັນໄປຈູດຢູ່ນອກຄ້າຍພັກຂອງພວກເຈົ້າ. ງົວໂຕນີ້ເປັນເຄື່ອງບູຊາໄຖ່ບາບ.
-
-
ລະບຽບພວກເລວີ 4:3, 4ຄຳພີໄບເບິນສະບັບແປໂລກໃໝ່
-
-
3 ຖ້າປະໂລຫິດໃຫຍ່*+ເຮັດຜິດ+ແລະເຮັດໃຫ້ປະຊາຊົນມີຄວາມຜິດນຳ ລາວຕ້ອງເອົາງົວໂຕຜູ້ທີ່ຕຸ້ຍພີດີງາມມາໃຫ້ພະເຢໂຫວາ ເພື່ອເປັນເຄື່ອງບູຊາໄຖ່ບາບສຳລັບຄວາມຜິດຂອງລາວ.+ 4 ລາວຈະເອົາງົວໂຕນັ້ນມາໄວ້ຢູ່ທາງເຂົ້າເຕັ້ນສັກສິດ*+ຕໍ່ໜ້າພະເຢໂຫວາ. ລາວຈະວາງມືເທິງຫົວມັນ ແລະຂ້າມັນຕໍ່ໜ້າພະເຢໂຫວາ.+
-
-
ລະບຽບພວກເລວີ 16:6ຄຳພີໄບເບິນສະບັບແປໂລກໃໝ່
-
-
6 ອາໂຣນຕ້ອງເອົາງົວໂຕຜູ້ທີ່ຈະໃຊ້ເປັນເຄື່ອງບູຊາໄຖ່ບາບສຳລັບໂຕເອງມາ ແລະລາວຈະໄຖ່ຄວາມຜິດໃຫ້ໂຕເອງ+ກັບຄອບຄົວ.
-