ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຈົດເຊັນບັນຊີ 6:23-27
    ຄຳພີໄບເບິນສະບັບແປໂລກໃໝ່
    • 23 “ໃຫ້​ບອກ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ວ່າ ‘ເຈົ້າ​ຕ້ອງ​ອວຍພອນ+ຄົນ​ອິດສະຣາເອນ​ແນວ​ນີ້.

      24 “ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ​ພວກ​ເຈົ້າ+ ແລະ​ປົກ​ປ້ອງ​ພວກ​ເຈົ້າ.

      25 ຂໍ​ໃຫ້​ພະ​ເຢໂຫວາ​ເຮັດ​ດີ​ຕໍ່​ພວກ​ເຈົ້າ+ ແລະ​ພໍ​ໃຈ​ພວກ​ເຈົ້າ.

      26 ຂໍ​ໃຫ້​ພະ​ເຢໂຫວາ​ເຫັນ​ໃຈ​ພວກ​ເຈົ້າ ແລະ​ໃຫ້​ພວກ​ເຈົ້າ​ມີ​ສັນຕິສຸກ.”’+

      27 ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວຕ້ອງ​ຮ້ອງ​ຊື່​ຂອງ​ເຮົາຕໍ່​ໜ້າ​ພວກ​ອິດສະຣາເອນ+ ແລະ​ເຮົາ​ຈະ​ອວຍພອນ​ເຂົາ​ເຈົ້າ.”+

  • ພະບັນຍັດ 10:8
    ຄຳພີໄບເບິນສະບັບແປໂລກໃໝ່
    • 8 ຕອນ​ນັ້ນ ພະ​ເຢໂຫວາ​ໄດ້​ແຍກ​ຕະກູນ​ເລວີ+ອອກຈາກ​ຕະກູນ​ອື່ນ​ໆ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຫາມ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ+ ເພື່ອ​ໃຫ້​ເຂົາ​ເຈົ້າ​ຮັບ​ໃຊ້​ຕໍ່​ໜ້າ​ພະ​ເຢໂຫວາ ແລະ​ເພື່ອ​ໃຫ້​ເຂົາ​ເຈົ້າຂໍ​ພອນສຳລັບ​ພວກ​ອິດສະຣາເອນ​ໂດຍ​ໃຊ້​ຊື່​ຂອງ​ເພິ່ນ+ ເຊິ່ງ​ເຂົາ​ເຈົ້າ​ກໍ​ເຮັດ​ມາ​ຈົນ​ຮອດ​ຕອນ​ນີ້.

  • ພະບັນຍັດ 21:5
    ຄຳພີໄບເບິນສະບັບແປໂລກໃໝ່
    • 5 ພວກ​ປະໂລຫິດ​ຄົນ​ເລວີ​ກໍ​ຈະ​ໄປ​ບ່ອນ​ນັ້ນ ເພາະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໄດ້​ເລືອກ​ເຂົາ​ເຈົ້າ​ໃຫ້​ຮັບ​ໃຊ້​ເພິ່ນ+ ໃຫ້​ອວຍພອນ​ໂດຍ​ໃຊ້​ຊື່​ພະ​ເຢໂຫວາ+ ແລະ​ໃຫ້​ບອກ​ວ່າ​ຄວນ​ເຮັດ​ແນວ​ໃດ​ເມື່ອ​ມີ​ຄົນ​ຖືກ​ທຳ​ຮ້າຍ.+

  • 1 ຂ່າວຄາວ 23:13
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ອຳຣາມ​ມີ​ລູກ​ຊາຍ​ຊື່​ອາໂຣນ+​ແລະ​ໂມເຊ.+ ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ຖືກ​ແຍກ​ໄວ້​ຖາວອນ+​ເພື່ອ​ຮັບໃຊ້​ໃນ​ບ່ອນ​ບໍລິສຸດ​ທີ່​ສຸດ ເຜົາ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ ຮັບໃຊ້​ເພິ່ນ ແລະ​ເປັນຕົວແທນຂອງ​ເພິ່ນ​ເພື່ອ​ອວຍພອນ​ປະຊາຊົນ​ຕະຫຼອດ​ໄປ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌