-
1 ກະສັດ 13:2ຄຳພີໄບເບິນສະບັບແປໂລກໃໝ່
-
-
2 ຜູ້ພະຍາກອນຄົນນັ້ນເຮັດຕາມທີ່ພະເຢໂຫວາສັ່ງໂດຍຮ້ອງໃສ່ແທ່ນບູຊາວ່າ: “ແທ່ນບູຊາ ແທ່ນບູຊາເອີ້ຍ! ພະເຢໂຫວາບອກວ່າ ‘ຈະມີຜູ້ຊາຍຄົນໜຶ່ງເກີດມາຈາກລູກຫຼານຂອງດາວິດ ລາວຈະມີຊື່ວ່າໂຢສີຢາ.+ ລາວຈະເອົາພວກປະໂລຫິດທີ່ເຜົາເຄື່ອງບູຊາຢູ່ບ່ອນນະມັດສະການຕ່າງໆມາເຜົາຢູ່ເທິງເຈົ້າແລະລາວຈະເຜົາກະດູກຄົນຢູ່ເທິງເຈົ້າ.’”+
-
-
2 ກະສັດ 23:8ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ລາວໄລ່ພວກປະໂລຫິດທຸກຄົນອອກຈາກເມືອງຕ່າງໆຂອງຢູດາ. ຕັ້ງແຕ່ເມືອງເຄບາ+ຈົນຮອດເມືອງເບເອເຊບາ+ ລາວເຮັດໃຫ້ບ່ອນນະມັດສະການທີ່ພວກປະໂລຫິດເຫຼົ່ານັ້ນເຄີຍເຜົາເຄື່ອງບູຊາໃຊ້ບໍ່ໄດ້ອີກຕໍ່ໄປ. ລາວຍັງໄດ້ທຳລາຍບ່ອນນະມັດສະການຕ່າງໆທີ່ຢູ່ປະຕູທາງເຂົ້າຂອງໂຢຊວຍທີ່ເປັນເຈົ້າເມືອງ. ເມື່ອຍ່າງເຂົ້າປະຕູເມືອງມາ ບ່ອນນະມັດສະການເຫຼົ່ານີ້ຢູ່ເບື້ອງຊ້າຍ.
-
-
2 ກະສັດ 23:20ຄຳພີໄບເບິນສະບັບແປໂລກໃໝ່
-
-
20 ລາວຂ້າປະໂລຫິດທຸກຄົນຂອງບ່ອນນະມັດສະການເຫຼົ່ານັ້ນເທິງແທ່ນບູຊາ ແລະເຜົາກະດູກຄົນຢູ່ເທິງແທ່ນນັ້ນຄືກັນ.+ ຫຼັງຈາກນັ້ນ ລາວກໍກັບເມືອເມືອງເຢຣູຊາເລັມ.
-
-
ເອເຊກຽນ 6:5ຄຳພີໄບເບິນສະບັບແປໂລກໃໝ່
-
-
5 ພວກອິດສະຣາເອນເອີ້ຍ ເຮົາຈະໂຍນສົບຂອງພວກເຈົ້າໃສ່ຮູບບູຊາທີ່ເປັນຕາຂີ້ດຽດຂອງພວກເຈົ້າ ແລະເຮົາຈະເອົາກະດູກຂອງພວກເຈົ້າຖິ້ມອ້ອມແທ່ນບູຊາຂອງພວກເຈົ້າ.+
-