ພະບັນຍັດ 3:28 ຄຳພີໄບເບິນສະບັບແປໂລກໃໝ່ 28 ໃຫ້ແຕ່ງຕັ້ງໂຢຊວຍ+ຂຶ້ນມາແທນເຈົ້າ. ເຈົ້າຕ້ອງໃຫ້ກຳລັງໃຈລາວແລະຊ່ວຍລາວໃຫ້ເຂັ້ມແຂງ ເພາະລາວຈະເປັນຄົນນຳພາປະຊາຊົນຂ້າມແມ່ນ້ຳຈໍແດນໄປ.+ ລາວຈະຊ່ວຍປະຊາຊົນໃຫ້ເຂົ້າໄປໃນແຜ່ນດິນທີ່ເຈົ້າຈະໄດ້ເຫັນນັ້ນ.’ ພະບັນຍັດ 31:14 ຄຳພີໄບເບິນສະບັບແປໂລກໃໝ່ 14 ພະເຢໂຫວາບອກໂມເຊວ່າ: “ອີກບໍ່ດົນເຈົ້າກໍຈະຕາຍ.+ ໃຫ້ເຈົ້າເອີ້ນໂຢຊວຍມາ ແລະພາລາວໄປທີ່ເຕັ້ນຂໍການຊີ້ນຳເພື່ອເຮົາຈະໄດ້ແຕ່ງຕັ້ງລາວ.”+ ແລ້ວໂມເຊກັບໂຢຊວຍກໍໄປທີ່ເຕັ້ນຂໍການຊີ້ນຳ. ພະບັນຍັດ 31:23 ຄຳພີໄບເບິນສະບັບແປໂລກໃໝ່ 23 ຈາກນັ້ນ ພະເຈົ້າໄດ້ແຕ່ງຕັ້ງໂຢຊວຍ+ລູກຊາຍຂອງນູນ ແລ້ວເວົ້າວ່າ: “ໃຫ້ກ້າຫານແລະເຂັ້ມແຂງ+ ເພາະເຈົ້າຈະເປັນຜູ້ທີ່ຈະພາພວກອິດສະຣາເອນເຂົ້າໄປໃນແຜ່ນດິນທີ່ເຮົາໄດ້ສັນຍາວ່າຈະເອົາໃຫ້ເຂົາເຈົ້າ+ ແລະເຮົາຈະຢູ່ກັບເຈົ້າສະເໝີ.”
28 ໃຫ້ແຕ່ງຕັ້ງໂຢຊວຍ+ຂຶ້ນມາແທນເຈົ້າ. ເຈົ້າຕ້ອງໃຫ້ກຳລັງໃຈລາວແລະຊ່ວຍລາວໃຫ້ເຂັ້ມແຂງ ເພາະລາວຈະເປັນຄົນນຳພາປະຊາຊົນຂ້າມແມ່ນ້ຳຈໍແດນໄປ.+ ລາວຈະຊ່ວຍປະຊາຊົນໃຫ້ເຂົ້າໄປໃນແຜ່ນດິນທີ່ເຈົ້າຈະໄດ້ເຫັນນັ້ນ.’
14 ພະເຢໂຫວາບອກໂມເຊວ່າ: “ອີກບໍ່ດົນເຈົ້າກໍຈະຕາຍ.+ ໃຫ້ເຈົ້າເອີ້ນໂຢຊວຍມາ ແລະພາລາວໄປທີ່ເຕັ້ນຂໍການຊີ້ນຳເພື່ອເຮົາຈະໄດ້ແຕ່ງຕັ້ງລາວ.”+ ແລ້ວໂມເຊກັບໂຢຊວຍກໍໄປທີ່ເຕັ້ນຂໍການຊີ້ນຳ.
23 ຈາກນັ້ນ ພະເຈົ້າໄດ້ແຕ່ງຕັ້ງໂຢຊວຍ+ລູກຊາຍຂອງນູນ ແລ້ວເວົ້າວ່າ: “ໃຫ້ກ້າຫານແລະເຂັ້ມແຂງ+ ເພາະເຈົ້າຈະເປັນຜູ້ທີ່ຈະພາພວກອິດສະຣາເອນເຂົ້າໄປໃນແຜ່ນດິນທີ່ເຮົາໄດ້ສັນຍາວ່າຈະເອົາໃຫ້ເຂົາເຈົ້າ+ ແລະເຮົາຈະຢູ່ກັບເຈົ້າສະເໝີ.”