-
ເນເຮມີຢາ 10:32, 33ຄຳພີໄບເບິນສະບັບແປໂລກໃໝ່
-
-
32 ພວກເຮົາສັນຍາວ່າແຕ່ລະຄົນຈະເອົາເງິນໜັກ 1 ສ່ວນ 3 ເຊເກນ*ມາໃຫ້ວິຫານຂອງພະເຈົ້າຂອງພວກເຮົາທຸກໆປີ+ 33 ເພື່ອເປັນຄ່າໃຊ້ຈ່າຍສຳລັບສິ່ງຕໍ່ໄປນີ້: ເຂົ້າຈີ່ທີ່ວາງຊ້ອນກັນ*+ ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ+ ເຄື່ອງບູຊາເຜົາສຳລັບວັນຊະບາໂຕ+ແລະສຳລັບມື້ເດືອນອອກໃໝ່+ ງານສະຫຼອງທີ່ກຳນົດໄວ້+ ສິ່ງທີ່ບໍລິສຸດຕ່າງໆ ເຄື່ອງບູຊາໄຖ່ບາບ+ເພື່ອໄຖ່ຄວາມຜິດໃຫ້ຄົນອິດສະຣາເອນ ແລະວຽກທຸກຢ່າງໃນວິຫານຂອງພະເຈົ້າຂອງພວກເຮົາ.
-