ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຈົດເຊັນບັນຊີ 28:3-8
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ໃຫ້​ບອກ​ເຂົາ​ເຈົ້າ​ວ່າ ‘ຕໍ່​ໄປ​ນີ້​ແມ່ນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ຕ້ອງ​ເອົາ​ມາ​ໃຫ້​ພະ​ເຢໂຫວາ. ໃຫ້​ເອົາ​ແກະ​ນ້ອຍ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ​ອາຍຸ 1 ປີ 2 ໂຕ​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ​ສຳລັບ​ທຸກ​ໆ​ມື້.+ 4 ແກະ​ໂຕ​ທຳອິດ​ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ​ໃນ​ຕອນ​ເຊົ້າ ແລະ​ໂຕ​ທີ 2 ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ​ໃນ​ຕອນ​ໃກ້​ຊິ​ຄ່ຳ.*+ 5 ໃຫ້​ເອົາ​ແປ້ງ​ລະອຽດ 1 ສ່ວນ 10 ເອຟາ*​ທີ່​ນວດ​ໃສ່​ນ້ຳມັນ​ຢ່າງ​ດີ 1 ສ່ວນ 4 ຮິນ*ທີ່​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ມາ​ນຳ.+ 6 ນີ້​ແມ່ນ​ເຄື່ອງ​ບູຊາ​ເຜົາ+ສຳລັບ​ທຸກ​ມື້​ຕາມ​ທີ່​ກຳນົດ​ໄວ້​ຢູ່​ພູ​ຊີນາຍ ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. 7 ໃຫ້​ເອົາ​ເຄື່ອງ​ບູຊາ​ດື່ມ 1 ສ່ວນ 4 ຮິນ*ສຳລັບ​ແກະ​ນ້ອຍ​ໂຕ​ຜູ້​ແຕ່​ລະ​ໂຕ​ມາ​ນຳ+ ແລະ​ໃຫ້​ເທ​ເຄື່ອງ​ບູຊາ​ດື່ມ​ນັ້ນ​ໃຫ້​ພະ​ເຢໂຫວາ​ຢູ່​ບ່ອນ​ບໍລິສຸດ. 8 ສ່ວນ​ແກະ​ອີກ​ໂຕ​ໜຶ່ງ​ທີ່​ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ​ໃນ​ຕອນ​ໃກ້​ຊິ​ຄ່ຳ ໃຫ້​ເຮັດ​ຄື​ກັບ​ແກະ​ໂຕ​ທີ່​ເປັນ​ເຄື່ອງ​ບູຊາ​ໃນ​ຕອນ​ເຊົ້າ. ໃຫ້​ເອົາ​ມາ​ພ້ອມ​ກັບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ແລະ​ເຄື່ອງ​ບູຊາ​ດື່ມ ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌