-
ຈົດເຊັນບັນຊີ 28:3-8ຄຳພີໄບເບິນສະບັບແປໂລກໃໝ່
-
-
3 ໃຫ້ບອກເຂົາເຈົ້າວ່າ ‘ຕໍ່ໄປນີ້ແມ່ນເຄື່ອງບູຊາດ້ວຍໄຟທີ່ຕ້ອງເອົາມາໃຫ້ພະເຢໂຫວາ. ໃຫ້ເອົາແກະນ້ອຍໂຕຜູ້ທີ່ຕຸ້ຍພີດີງາມອາຍຸ 1 ປີ 2 ໂຕມາເປັນເຄື່ອງບູຊາເຜົາສຳລັບທຸກໆມື້.+ 4 ແກະໂຕທຳອິດຈະໃຊ້ເປັນເຄື່ອງບູຊາໃນຕອນເຊົ້າ ແລະໂຕທີ 2 ຈະໃຊ້ເປັນເຄື່ອງບູຊາໃນຕອນໃກ້ຊິຄ່ຳ.*+ 5 ໃຫ້ເອົາແປ້ງລະອຽດ 1 ສ່ວນ 10 ເອຟາ*ທີ່ນວດໃສ່ນ້ຳມັນຢ່າງດີ 1 ສ່ວນ 4 ຮິນ*ທີ່ເປັນເຄື່ອງບູຊາທີ່ເຮັດຈາກເມັດເຂົ້າມານຳ.+ 6 ນີ້ແມ່ນເຄື່ອງບູຊາເຜົາ+ສຳລັບທຸກມື້ຕາມທີ່ກຳນົດໄວ້ຢູ່ພູຊີນາຍ ເປັນເຄື່ອງບູຊາດ້ວຍໄຟທີ່ມີກິ່ນຫອມທີ່ເຮັດໃຫ້ພະເຢໂຫວາພໍໃຈ. 7 ໃຫ້ເອົາເຄື່ອງບູຊາດື່ມ 1 ສ່ວນ 4 ຮິນ*ສຳລັບແກະນ້ອຍໂຕຜູ້ແຕ່ລະໂຕມານຳ+ ແລະໃຫ້ເທເຄື່ອງບູຊາດື່ມນັ້ນໃຫ້ພະເຢໂຫວາຢູ່ບ່ອນບໍລິສຸດ. 8 ສ່ວນແກະອີກໂຕໜຶ່ງທີ່ຈະໃຊ້ເປັນເຄື່ອງບູຊາໃນຕອນໃກ້ຊິຄ່ຳ ໃຫ້ເຮັດຄືກັບແກະໂຕທີ່ເປັນເຄື່ອງບູຊາໃນຕອນເຊົ້າ. ໃຫ້ເອົາມາພ້ອມກັບເຄື່ອງບູຊາທີ່ເຮັດຈາກເມັດເຂົ້າແລະເຄື່ອງບູຊາດື່ມ ເປັນເຄື່ອງບູຊາດ້ວຍໄຟທີ່ມີກິ່ນຫອມທີ່ເຮັດໃຫ້ພະເຢໂຫວາພໍໃຈ.+
-