-
ພະບັນຍັດ 3:12, 13ຄຳພີໄບເບິນສະບັບແປໂລກໃໝ່
-
-
12 ດິນທັງໝົດທີ່ພວກເຮົາຍຶດໄດ້ແລະແບ່ງກັນມີດັ່ງນີ້: ດິນທາງທິດເໜືອຂອງເມືອງອາໂຣເອ+ທີ່ຢູ່ໃກ້ໆຮ່ອມພູ*ອາໂນນ ເຊິ່ງລວມເຖິງເຄິ່ງໜຶ່ງຂອງເຂດທີ່ມີພູຫຼາຍໆໜ່ວຍໃນກິລຽດ. ຂ້ອຍເອົາເມືອງຕ່າງໆທີ່ຢູ່ບ່ອນນັ້ນໃຫ້ຕະກູນຣູເບັນກັບຕະກູນຄາດ.+ 13 ສ່ວນທີ່ເຫຼືອຂອງເຂດກິລຽດແລະເຂດບາຊານທັງໝົດຂອງກະສັດໂອກ ຂ້ອຍໄດ້ຍົກໃຫ້ເຄິ່ງໜຶ່ງຂອງຕະກູນມານາເຊ.+ ດິນທີ່ຢູ່ອາໂກບທີ່ເປັນຂອງບາຊານເຄີຍເປັນຂອງພວກເຣຟາຢິມ.
-
-
ໂຢຊວຍ 13:8ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ຕະກູນຣູເບັນ ຕະກູນຄາດ ແລະອີກເຄິ່ງໜຶ່ງຂອງຕະກູນມານາເຊໄດ້ແຜ່ນດິນທີ່ຢູ່ທາງທິດຕາເວັນອອກຂອງແມ່ນ້ຳຈໍແດນເປັນມໍລະດົກແລ້ວ ຕາມທີ່ໂມເຊຜູ້ຮັບໃຊ້ຂອງພະເຢໂຫວາໄດ້ເອົາໃຫ້ເຂົາເຈົ້າ.+
-