ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຈົດເຊັນບັນຊີ 27:1-7
    ຄຳພີໄບເບິນສະບັບແປໂລກໃໝ່
    • 27 ພວກ​ລູກສາວ​ຂອງ​ເຊໂລເຟຂາດ+ໄດ້ມາ​ຫາ​ໂມເຊ. ເຊໂລເຟຂາດ​ເປັນ​ລູກ​ຊາຍ​ຂອງ​ເຮເຟ ເຮເຟ​ເປັນ​ລູກ​ຊາຍ​ຂອງ​ກິລຽດ ກິລຽດ​ເປັນ​ລູກ​ຊາຍ​ຂອງ​ມາກີ ມາກີ​ເປັນ​ລູກ​ຊາຍ​ຂອງ​ມານາເຊ. ຄົນ​ເຫຼົ່ານີ້​ຢູ່​ໃນ​ຕະກູນ​ມານາເຊ​ທີ່​ເປັນ​ລູກ​ຊາຍ​ຂອງ​ໂຢເຊັບ. ພວກ​ລູກສາວ​ຂອງ​ເຊໂລເຟຂາດ​ຊື່ ມາລາ ໂນອາ ໂຮກລາ ມີລະກາ ແລະ​ຕີຣະຊາ. 2 ເຂົາ​ເຈົ້າ​ມາ​ຢືນ​ຢູ່​ທາງເຂົ້າ​ເຕັ້ນ​ຂໍ​ການ​ຊີ້ນຳ​ຕໍ່​ໜ້າ​ໂມເຊ ປະໂລຫິດ​ເອເລອາຊາ ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ+ ແລະ​ພວກ​ອິດສະຣາເອນ. ເຂົາ​ເຈົ້າ​ເວົ້າ​ວ່າ: 3 “ພໍ່​ຂອງ​ພວກ​ເຮົາ​ຕາຍ​ຢູ່​ໃນ​ບ່ອນ​ກັນ​ດານ ແຕ່​ພໍ່​ບໍ່​ໄດ້​ຢູ່​ນຳ​ພວກ​ຂອງ​ໂກຣາ+ທີ່​ຕໍ່ຕ້ານ​ພະ​ເຢໂຫວາ. ພໍ່ຕາຍ​ຍ້ອນ​ບາບ​ຂອງ​ພໍ່​ເອງ ແລະ​ພໍ່​ບໍ່​ມີ​ລູກ​ຊາຍ​ຈັກ​ຄົນ. 4 ຍ້ອນ​ພໍ່​ຂອງ​ພວກ​ເຮົາ​ບໍ່​ມີ​ລູກ​ຊາຍ ຊື່​ຂອງ​ພໍ່​ກໍ​ຊິ​ຖືກ​ລຶບ​ອອກ​ຈາກ​ຕະກູນ​ເລີຍ​ບໍ? ຂໍ​ໃຫ້​ພວກ​ເຮົາ​ໄດ້​ດິນ​ມູນ​ນຳ​ກັນ​ກັບ​ພວກ​ອ້າຍນ້ອງ​ຂອງ​ພໍ່​ເຮົາ​ໄດ້​ບໍ?” 5 ໂມເຊ​ຈຶ່ງ​ໄປ​ຖາມ​ພະ​ເຢໂຫວາ​ກ່ຽວ​ກັບ​ເລື່ອງ​ນີ້.+

      6 ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: 7 “ພວກ​ລູກສາວ​ຂອງ​ເຊໂລເຟຂາດ​ເວົ້າ​ຖືກ​ແລ້ວ. ເຈົ້າ​ຕ້ອງ​ໃຫ້​ເຂົາ​ເຈົ້າ​ໄດ້​ດິນ​ມູນ​ນຳ​ກັນ​ກັບ​ອ້າຍນ້ອງ​ຂອງ​ພໍ່​ເຂົາ​ເຈົ້າ. ໃຫ້​ຍົກ​ດິນ​ມູນ​ຂອງ​ພໍ່​ເຂົາ​ເຈົ້າ​ໃຫ້​ເຂົາ​ເຈົ້າ+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌