-
ປະຖົມມະການ 46:2ຄຳພີໄບເບິນສະບັບແປໂລກໃໝ່
-
-
2 ເມື່ອຮອດຕອນກາງຄືນ ພະເຈົ້າມາເວົ້າກັບອິດສະຣາເອນໂດຍທາງນິມິດ*ວ່າ: “ຢາໂຄບ ຢາໂຄບເອີ້ຍ!” ລາວຕອບວ່າ: “ໂດຍ ລູກຢູ່ນີ້!”
-
-
ອົບພະຍົບ 24:9-11ຄຳພີໄບເບິນສະບັບແປໂລກໃໝ່
-
-
9 ແລ້ວໂມເຊກັບອາໂຣນ ນາດາບກັບອາບີຮູ ແລະພວກຜູ້ນຳຂອງອິດສະຣາເອນ 70 ຄົນກໍຂຶ້ນໄປເທິງພູ. 10 ເຂົາເຈົ້າໄດ້ເຫັນພະເຈົ້າຂອງອິດສະຣາເອນ.+ ຢູ່ກ້ອງຕີນຂອງເພິ່ນມີພື້ນທີ່ຄ້າຍຄືກັບແກ້ວໄພລິນ ແລະໃສຄືກັບທ້ອງຟ້າທີ່ປອດໂປ່ງ.+ 11 ແຕ່ພະເຈົ້າບໍ່ໄດ້ຂ້າພວກຜູ້ນຳຂອງອິດສະຣາເອນ.+ ເຂົາເຈົ້າໄດ້ເຫັນພະເຈົ້າທ່ຽງແທ້ທາງນິມິດ ຕອນທີ່ເຂົາເຈົ້າກິນເຂົ້ານຳກັນ.
-