-
ລະບຽບພວກເລວີ 6:14ຄຳພີໄບເບິນສະບັບແປໂລກໃໝ່
-
-
14 ກົດໝາຍເລື່ອງເຄື່ອງບູຊາທີ່ເຮັດຈາກເມັດເຂົ້າເປັນແນວນີ້.+ ພວກລູກຊາຍຂອງອາໂຣນຕ້ອງເອົາເຄື່ອງບູຊານີ້ໄປທີ່ແທ່ນບູຊາຕໍ່ໜ້າພະເຢໂຫວາ.
-
-
ຈົດເຊັນບັນຊີ 28:11, 12ຄຳພີໄບເບິນສະບັບແປໂລກໃໝ່
-
-
11 ໃນມື້ທຳອິດຂອງແຕ່ລະເດືອນ ພວກເຈົ້າຕ້ອງເອົາງົວໂຕຜູ້ 2 ໂຕ ແກະໂຕຜູ້ໂຕໜຶ່ງ ແລະແກະນ້ອຍໂຕຜູ້ທີ່ຕຸ້ຍພີດີງາມອາຍຸ 1 ປີ 7 ໂຕມາເປັນເຄື່ອງບູຊາເຜົາໃຫ້ພະເຢໂຫວາ.+ 12 ພວກເຈົ້າຕ້ອງເອົາແປ້ງລະອຽດທີ່ນວດໃສ່ນ້ຳມັນທີ່ເປັນເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ+ມາໃຫ້ນຳ. ສຳລັບງົວໂຕຜູ້ແຕ່ລະໂຕແມ່ນແປ້ງ 3 ສ່ວນ 10 ເອຟາ* ສຳລັບແກະໂຕຜູ້+ແມ່ນແປ້ງ 2 ສ່ວນ 10 ເອຟາ*
-
-
ຈົດເຊັນບັນຊີ 29:6ຄຳພີໄບເບິນສະບັບແປໂລກໃໝ່
-
-
6 ໃນມື້ນັ້ນ ພວກເຈົ້າຕ້ອງເອົາເຄື່ອງບູຊາທັງໝົດນີ້ມາໃຫ້ເປັນພິເສດ ພ້ອມກັບເຄື່ອງບູຊາເຜົາ ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ+ ແລະເຄື່ອງບູຊາດື່ມ+ທີ່ເປັນເຄື່ອງບູຊາສຳລັບທຸກເດືອນ+ແລະສຳລັບທຸກມື້. ພວກເຈົ້າຕ້ອງເຮັດຕາມຂັ້ນຕອນປົກກະຕິ ເພື່ອເປັນເຄື່ອງບູຊາດ້ວຍໄຟທີ່ມີກິ່ນຫອມທີ່ເຮັດໃຫ້ພະເຢໂຫວາພໍໃຈ.
-