-
ພວກຜູ້ຕັດສິນ 11:23, 24ຄຳພີໄບເບິນສະບັບແປໂລກໃໝ່
-
-
23 ພະເຢໂຫວາພະເຈົ້າຂອງພວກອິດສະຣາເອນຕົ໋ວທີ່ຂັບໄລ່ຄົນອາໂມອອກໄປຕໍ່ໜ້າຄົນຂອງເພິ່ນ.+ ຕອນນີ້ ເຈົ້າຈະມາໄລ່ຄົນຂອງເພິ່ນອອກໄປບໍ? 24 ຄັນພະເຄມົດ+ຂອງພວກເຈົ້າເອົາແຜ່ນດິນບ່ອນໃດບ່ອນໜຶ່ງໃຫ້ພວກເຈົ້າ ພວກເຈົ້າກະຊິໄປຢູ່ບໍ່ແມ່ນຫວະ? ຄັນຊັ້ນ ຖ້າພະເຢໂຫວາພະເຈົ້າຂອງພວກເຮົາຂັບໄລ່ຜູ້ໃດອອກໄປຕໍ່ໜ້າພວກເຮົາ ພວກເຮົາກໍຕ້ອງຂັບໄລ່ພວກນັ້ນຄືກັນ.+
-
-
2 ກະສັດ 23:13ຄຳພີໄບເບິນສະບັບແປໂລກໃໝ່
-
-
13 ກະສັດໂຢສີຢາເຮັດໃຫ້ບ່ອນນະມັດສະການຕ່າງໆທີ່ຢູ່ເນີນທາງທິດໃຕ້ຂອງພູໝາກກອກ*ເຊິ່ງຢູ່ຕໍ່ໜ້າເມືອງເຢຣູຊາເລັມໃຊ້ບໍ່ໄດ້ອີກຕໍ່ໄປ. ໂຊໂລໂມນກະສັດຂອງອິດສະຣາເອນໄດ້ສ້າງບ່ອນນະມັດສະການເຫຼົ່ານີ້ໃຫ້ພະເຈົ້າທີ່ເປັນຕາຂີ້ດຽດຊື່ອັດຊະໂຕເຣດ*ຂອງພວກຊີໂດນ ພະເຈົ້າທີ່ເປັນຕາຂີ້ດຽດຊື່ເຄມົດຂອງພວກໂມອາບ ແລະພະເຈົ້າທີ່ເປັນຕາຂີ້ດຽດຊື່ມີເລກອມ+ຂອງພວກອຳໂມນ.+
-