-
ຈົດເຊັນບັນຊີ 22:10, 11ຄຳພີໄບເບິນສະບັບແປໂລກໃໝ່
-
-
10 ບາລາອາມຕອບພະເຈົ້າທ່ຽງແທ້ວ່າ: “ບາລາກລູກຊາຍຂອງຊິບໂປກະສັດຂອງໂມອາບສົ່ງຄົນມາຫາຂ້ອຍແລະບອກວ່າ 11 ‘ເບິ່ງພວກທີ່ອອກມາຈາກເອຢິບແມ້! ພວກເຂົາມີບັກຫຼາຍໆ. ໃຫ້ເຈົ້າມາສາບແຊ່ງພວກເຂົາໃຫ້ຂ້ອຍແດ່.+ ຖ້າເຈົ້າຊ່ວຍຂ້ອຍ ຂ້ອຍອາດຈະຊະນະພວກເຂົາ ແລະໄລ່ພວກເຂົາອອກຈາກແຜ່ນດິນຂອງຂ້ອຍໄດ້.’”
-
-
ຈົດເຊັນບັນຊີ 23:11ຄຳພີໄບເບິນສະບັບແປໂລກໃໝ່
-
-
11 ບາລາກເວົ້າໃຫ້ບາລາອາມວ່າ: “ເປັນຫຍັງເຈົ້າຄືເຮັດແນວນີ້? ຂ້ອຍໃຫ້ເຈົ້າມາສາບແຊ່ງສັດຕູໃຫ້ຂ້ອຍ ແຕ່ເຈົ້າພັດອວຍພອນໃຫ້ພວກມັນຊ້ຳ.”+
-
-
ເນເຮມີຢາ 13:1, 2ຄຳພີໄບເບິນສະບັບແປໂລກໃໝ່
-
-
13 ໃນມື້ນັ້ນມີການອ່ານປຶ້ມກົດໝາຍຂອງໂມເຊໃຫ້ປະຊາຊົນຟັງ+ ແລະເຂົາເຈົ້າເຫັນວ່າມີສ່ວນໜຶ່ງບອກວ່າ ຫ້າມບໍ່ໃຫ້ພວກອຳໂມນແລະພວກໂມອາບ+ມາຢູ່ຮ່ວມກັບຄົນທີ່ນະມັດສະການພະເຈົ້າທ່ຽງແທ້+ 2 ຍ້ອນແຕ່ກີ້ເຂົາເຈົ້າບໍ່ໄດ້ເອົາເຂົ້າເອົານ້ຳໃຫ້ພວກອິດສະຣາເອນແລະຍັງໄດ້ຈ້າງບາລາອາມໃຫ້ມາສາບແຊ່ງພວກອິດສະຣາເອນ+ ແຕ່ພະເຈົ້າກໍປ່ຽນຄຳສາບແຊ່ງໃຫ້ເປັນຄຳອວຍພອນ.+
-