ພວກຜູ້ຕັດສິນ 2:18 ຄຳພີໄບເບິນສະບັບແປໂລກໃໝ່ 18 ເມື່ອເຂົາເຈົ້າຮ້ອງຄາງຍ້ອນຜູ້ອື່ນກົດຂີ່+ແລະເຮັດກັບເຂົາເຈົ້າແບບໂຫດຮ້າຍ ພະເຢໂຫວາກໍອີ່ຕົນ+ເຂົາເຈົ້າ. ພະເຢໂຫວາຈຶ່ງເລືອກພວກຜູ້ຕັດສິນມາຊ່ວຍເຂົາເຈົ້າ.+ ພະເຢໂຫວາຈະຢູ່ນຳຜູ້ຕັດສິນແຕ່ລະຄົນຕະຫຼອດຊີວິດຂອງຜູ້ນັ້ນ ແລະຊ່ວຍພວກອິດສະຣາເອນໃຫ້ລອດຈາກມືຂອງພວກສັດຕູ. ເພງສັນລະເສີນ 90:13 ຄຳພີໄບເບິນສະບັບແປໂລກໃໝ່ 13 ພະເຢໂຫວາເອີ້ຍ ມັນຈະເປັນແບບນີ້ອີກດົນປານໃດ?+ ຂໍພະອົງເມດຕາພວກເຮົາອີກເທື່ອໜຶ່ງແດ່.+ ຂໍພະອົງອີ່ຕົນຜູ້ຮັບໃຊ້ຂອງພະອົງ.+ ເພງສັນລະເສີນ 106:45 ຄຳພີໄບເບິນສະບັບແປໂລກໃໝ່ 45 ເພິ່ນຄິດເຖິງຄຳສັນຍາຂອງເພິ່ນຍ້ອນເຫັນແກ່ເຂົາເຈົ້າ.ເພິ່ນຮູ້ສຶກອີ່ຕົນເຂົາເຈົ້າ*ຍ້ອນເພິ່ນມີຄວາມຮັກທີ່ໝັ້ນຄົງຫຼາຍ.+ ເພງສັນລະເສີນ 135:14 ຄຳພີໄບເບິນສະບັບແປໂລກໃໝ່ 14 ພະເຢໂຫວາຈະປົກປ້ອງປະຊາຊົນຂອງເພິ່ນ+ແລະເພິ່ນຈະເຫັນອົກເຫັນໃຈ*ຜູ້ຮັບໃຊ້ຂອງເພິ່ນ.+
18 ເມື່ອເຂົາເຈົ້າຮ້ອງຄາງຍ້ອນຜູ້ອື່ນກົດຂີ່+ແລະເຮັດກັບເຂົາເຈົ້າແບບໂຫດຮ້າຍ ພະເຢໂຫວາກໍອີ່ຕົນ+ເຂົາເຈົ້າ. ພະເຢໂຫວາຈຶ່ງເລືອກພວກຜູ້ຕັດສິນມາຊ່ວຍເຂົາເຈົ້າ.+ ພະເຢໂຫວາຈະຢູ່ນຳຜູ້ຕັດສິນແຕ່ລະຄົນຕະຫຼອດຊີວິດຂອງຜູ້ນັ້ນ ແລະຊ່ວຍພວກອິດສະຣາເອນໃຫ້ລອດຈາກມືຂອງພວກສັດຕູ.
13 ພະເຢໂຫວາເອີ້ຍ ມັນຈະເປັນແບບນີ້ອີກດົນປານໃດ?+ ຂໍພະອົງເມດຕາພວກເຮົາອີກເທື່ອໜຶ່ງແດ່.+ ຂໍພະອົງອີ່ຕົນຜູ້ຮັບໃຊ້ຂອງພະອົງ.+
45 ເພິ່ນຄິດເຖິງຄຳສັນຍາຂອງເພິ່ນຍ້ອນເຫັນແກ່ເຂົາເຈົ້າ.ເພິ່ນຮູ້ສຶກອີ່ຕົນເຂົາເຈົ້າ*ຍ້ອນເພິ່ນມີຄວາມຮັກທີ່ໝັ້ນຄົງຫຼາຍ.+