-
ຈົດເຊັນບັນຊີ 21:23, 24ຄຳພີໄບເບິນສະບັບແປໂລກໃໝ່
-
-
23 ແຕ່ສີໂຮນບໍ່ຍອມໃຫ້ພວກອິດສະຣາເອນຜ່ານເຂດຂອງລາວ. ລາວລວບລວມຄົນຂອງລາວອອກມາເຈິພວກອິດສະຣາເອນຢູ່ບ່ອນກັນດານ ແລະໄດ້ຕໍ່ສູ້ກັບພວກອິດສະຣາເອນຢູ່ຢາຮາດ.+ 24 ແຕ່ພວກອິດສະຣາເອນໄດ້ຂ້າສີໂຮນ+ ແລະໄດ້ຍຶດແຜ່ນດິນຂອງລາວ+ຕັ້ງແຕ່ຮ່ອມພູອາໂນນ+ໄປຈົນຮອດຢັບໂບກ+ທີ່ຢູ່ໃກ້ໆພວກອຳໂມນ ແຕ່ບໍ່ກາຍເມືອງຢາເຊ+ ຍ້ອນເມືອງນີ້ຢູ່ຕິດກັບເຂດແດນຂອງພວກອຳໂມນ.+
-
-
ໂຢຊວຍ 12:1, 2ຄຳພີໄບເບິນສະບັບແປໂລກໃໝ່
-
-
12 ຕໍ່ໄປນີ້ແມ່ນກະສັດຕ່າງໆທີ່ຢູ່ທາງຟາກຕາເວັນອອກຂອງແມ່ນ້ຳຈໍແດນທີ່ພວກອິດສະຣາເອນໄດ້ເອົາຊະນະແລະຍຶດແຜ່ນດິນຂອງພວກເຂົາ. ກະສັດເຫຼົ່ານີ້ເຄີຍປົກຄອງຕັ້ງແຕ່ຮ່ອມພູ*ອາໂນນ+ໄປຈົນຮອດພູເຮີໂມນ+ ແລະປົກຄອງຟາກທິດຕາເວັນອອກຂອງພູອາຣາບາທັງໝົດ.+ 2 ຄົນໜຶ່ງແມ່ນສີໂຮນ+ກະສັດຂອງຄົນອາໂມທີ່ຢູ່ເມືອງເຮັດຊະໂບນ. ລາວປົກຄອງເມືອງອາໂຣເອ+ທີ່ຢູ່ແຄມຮ່ອມພູ*ອາໂນນ.+ ລາວປົກຄອງຕັ້ງແຕ່ກາງຮ່ອມພູນັ້ນກັບເຄິ່ງໜຶ່ງຂອງເຂດກິລຽດໄປຈົນຮອດຮ່ອມພູ*ຢັບໂບກທີ່ເປັນເຂດແດນຂອງພວກອຳໂມນ.
-