-
ຈົດເຊັນບັນຊີ 21:33-35ຄຳພີໄບເບິນສະບັບແປໂລກໃໝ່
-
-
33 ຫຼັງຈາກນັ້ນ ເຂົາເຈົ້າກໍອອກເດີນທາງໄປຕາມເສັ້ນທາງບາຊານ. ແຕ່ໂອກ+ກະສັດຂອງບາຊານກັບຄົນຂອງລາວໄດ້ອອກມາຕໍ່ສູ້ກັບພວກອິດສະຣາເອນຢູ່ເອັດເຣອີ.+ 34 ພະເຢໂຫວາບອກໂມເຊວ່າ: “ຢ່າຊູ່ຢ້ານລາວ.+ ເຮົາຈະມອບລາວ ຄົນຂອງລາວ ແລະແຜ່ນດິນຂອງລາວໃຫ້ກັບເຈົ້າ.+ ເຈົ້າຈະຈັດການລາວຄືກັບທີ່ເຄີຍຈັດການສີໂຮນກະສັດຂອງຄົນອາໂມທີ່ຢູ່ເມືອງເຮັດຊະໂບນ.”+ 35 ພວກອິດສະຣາເອນໄດ້ຂ້າຄົນພວກນັ້ນໝົດທຸກຄົນຈົນບໍ່ເຫຼືອ.+ ເຂົາເຈົ້າໄດ້ຂ້າກະສັດກັບພວກລູກຂອງລາວແລະທະຫານຂອງລາວ ແລະໄດ້ຍຶດເອົາແຜ່ນດິນຂອງລາວ.+
-