-
ພະບັນຍັດ 21:6-9ຄຳພີໄບເບິນສະບັບແປໂລກໃໝ່
-
-
6 ສ່ວນພວກຜູ້ນຳທີ່ຢູ່ໃນເມືອງທີ່ໃກ້ສົບທີ່ສຸດຈະຕ້ອງເອົານ້ຳລ້າງມື+ຢູ່ເທິງງົວໂຕທີ່ຕາຍນັ້ນ 7 ແລ້ວເຂົາເຈົ້າຕ້ອງເວົ້າວ່າ ‘ພວກເຮົາບໍ່ໄດ້ຂ້າ*ຄົນຜູ້ນີ້ ແລະບໍ່ເຫັນຕອນທີ່ລາວຖືກຂ້າ. 8 ຂໍພະເຢໂຫວາຢ່າລົງໂທດຄົນອິດສະຣາເອນເຊິ່ງເປັນຄົນທີ່ພະອົງໄຖ່ໄວ້+ ແລະຂໍຢ່າໃຫ້ຄວາມຜິດກ່ຽວກັບການຂ້າຄົນທີ່ບໍ່ມີຄວາມຜິດຜູ້ນີ້ມີຢູ່ໃນອິດສະຣາເອນ.’+ ແລ້ວຄົນອິດສະຣາເອນຈະບໍ່ຖືກລົງໂທດ ຍ້ອນຂ້າຄົນທີ່ບໍ່ມີຄວາມຜິດ. 9 ເມື່ອເຮັດແນວນີ້ ພວກເຈົ້າກໍເຮັດສິ່ງທີ່ພະເຢໂຫວາເຫັນວ່າຖືກຕ້ອງ ແລະຊິບໍ່ຖືກລົງໂທດຍ້ອນຂ້າຄົນທີ່ບໍ່ມີຄວາມຜິດ.
-