ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 22:21, 22
    ຄຳພີໄບເບິນສະບັບແປໂລກໃໝ່
    • 21 ຫ້າມ​ເຮັດ​ບໍ່​ດີ​ໃຫ້​ຄົນ​ຕ່າງ​ຊາດ+ ຍ້ອນ​ພວກ​ເຈົ້າ​ກໍ​ເຄີຍ​ເປັນ​ຄົນ​ຕ່າງ​ຊາດ​ໃນ​ແຜ່ນດິນ​ເອຢິບ.+

      22 ຫ້າມ​ເຮັດ​ບໍ່​ດີ​ຕໍ່​ແມ່​ໝ້າຍ​ຫຼື​ລູກ​ກຳພ້າ​ພໍ່.⁠*+

  • ພະບັນຍັດ 10:17, 18
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 ເພາະ​ພະເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ເປັນ​ພະເຈົ້າ​ຂອງ​ພະເຈົ້າ​ທັງ​ໝົດ+ ແລະ​ເປັນ​ເຈົ້າ​ນາຍເໜືອ​ເຈົ້າ​ນາຍ​ທັງ​ໝົດ. ເພິ່ນ​ເປັນ​ພະເຈົ້າ​ທີ່​ຍິ່ງ​ໃຫຍ່​ແລະ​ມີ​ລິດເດດ​ຫຼາຍ ເປັນ​ຜູ້​ທີ່​ຄົນ​ຕ້ອງ​ຢ້ານ​ແລະ​ນັບ​ຖື. ເພິ່ນ​ເປັນ​ພະເຈົ້າ​ທີ່​ບໍ່​ລຳອຽງ+​ແລະ​ບໍ່​ຮັບ​ສິນບົນ. 18 ເພິ່ນ​ຍຸຕິທຳ​ກັບ​ລູກ​ກຳພ້າ​ພໍ່*​ແລະ​ແມ່​ໝ້າຍ.+ ເພິ່ນ​ຮັກ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ.+ ເພິ່ນ​ໃຫ້​ເຂົາ​ເຈົ້າ​ມີ​ອາຫານ​ກິນ​ແລະ​ມີເຄື່ອງນຸ່ງ​ໃສ່.

  • ມາລາກີ 3:5
    ຄຳພີໄບເບິນສະບັບແປໂລກໃໝ່
    • 5 ເຮົາ​ຈະ​ມາ​ຕັດສິນ​ພວກ​ເຈົ້າ. ເຮົາ​ຈະ​ຈັດການ​ພວກ​ໝໍ​ຄາຖາອາຄົມ+ ຄົນ​ຫຼິ້ນ​ຊູ້ ຄົນ​ທີ່​ສາບານ​ຕົວະ+ ຄົນ​ທີ່​ໂກງ​ຄ່າ​ຈ້າງ+ ຄົນ​ທີ່​ຂົ່ມເຫງ​ແມ່​ໝ້າຍ​ກັບ​ລູກ​ກຳພ້າ​ພໍ່*+ ແລະ​ຄົນ​ທີ່​ບໍ່​ຊ່ວຍ​ຄົນ​ຕ່າງ​ຊາດ.+ ຄົນ​ເຫຼົ່ານີ້​ບໍ່​ໄດ້​ຢ້ານຢຳ​ເຮົາ.” ພະເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ແບບ​ນີ້.

  • ຢາໂກໂບ 1:27
    ຄຳພີໄບເບິນສະບັບແປໂລກໃໝ່
    • 27 ການ​ນະມັດສະການ*​ທີ່​ສະອາດ​ແລະ​ບໍລິສຸດ​ຕາມ​ຄວາມ​ຄິດ​ຂອງ​ພະເຈົ້າ​ພໍ່​ຂອງ​ພວກ​ເຮົາ​ແມ່ນ ໃຫ້​ເບິ່ງແຍງ​ລູກ​ກຳພ້າ+​ກັບ​ແມ່ໝ້າຍ+​ທີ່​ທຸກຍາກ+ ແລະ​ຮັກສາ​ໂຕ​ໃຫ້​ສະອາດ​ຈາກ​ແນວ​ທີ່​ບໍ່​ດີ​ຂອງ​ໂລກ​ນີ້.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌