ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 4:6
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 ໃຫ້​ພວກ​ເຈົ້າ​ເຮັດ​ຕາມ​ຢ່າງເຄັ່ງ​ຄັດ+ ເພື່ອ​ຄົນ​ຊາດ​ອື່ນ​ໆ​ທີ່​ໄດ້​ຍິນ​ຂໍ້​ກຳນົດ​ກົດ​ໝາຍ​ຂອງ​ພວກ​ເຈົ້າ​ຊິ​ຮູ້​ວ່າ ພວກ​ເຈົ້າ​ມີ​ສະຕິ​ປັນຍາ+ແລະ​ມີ​ຄວາມ​ເຂົ້າໃຈ+ ແລະ​ພວກ​ເຂົາ​ຊິ​ເວົ້າ​ວ່າ ‘ຊາດ​ນີ້​ຈັ່ງ​ແມ່ນ​ສະຫຼາດ​ແລະ​ມີ​ຄວາມ​ເຂົ້າໃຈອີ່ຫຼີ.’+

  • ພະບັນຍັດ 8:18
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ຢ່າ​ລືມ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ມີ​ຊັບ​ສົມບັດ​ທັງ​ໝົດ​ນີ້+ ຍ້ອນ​ເພິ່ນ​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ໃຫ້​ກັບ​ປູ່ຍ່າຕານາຍ​ຂອງ​ເຈົ້າ​ຄື​ກັບ​ທີ່​ເປັນ​ຢູ່​ຕອນ​ນີ້.+

  • ໂຢຊວຍ 1:7, 8
    ຄຳພີໄບເບິນສະບັບແປໂລກໃໝ່
    • 7 ໃຫ້​ເຈົ້າ​ກ້າຫານ​ແລະ​ເຂັ້ມແຂງ ແລະ​ເຮັດ​ຕາມ​ກົດ​ໝາຍ​ທີ່​ເຮົາ​ໃຫ້​ໄວ້​ກັບ​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ຢ່າງເຄັ່ງ​ຄັດ. ຫ້າມ​ເຈີດ​ຊ້າຍ​ເຈີດ​ຂວາ​ຈາກ​ກົດ​ໝາຍ​ເຫຼົ່ານີ້.+ ແລ້ວ​ເຈົ້າ​ກໍ​ຈະຕັດສິນ​ໃຈ​ໄດ້​ຢ່າງ​ສະຫຼາດ ບໍ່​ວ່າ​ເຈົ້າ​ຈະ​ເຮັດ​ຫຍັງ​ກໍ​ຕາມ.+ 8 ເຈົ້າ​ຕ້ອງ​ເວົ້າ​ເຖິງ​ກົດ​ໝາຍ​ນີ້​ຕະຫຼອດ+ ແລະ​ເຈົ້າ​ຕ້ອງ​ອ່ານ​ກົດ​ໝາຍ​ນີ້​ແລະ​ຄິດຕຶກຕອງ*ທັງ​ກາງເວັນ​ແລະ​ກາງຄືນ​ເພື່ອ​ຈະ​ໄດ້​ເຮັດ​ຕາມ​ກົດ​ໝາຍ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ນີ້​ຢ່າງເຄັ່ງ​ຄັດ.+ ເມື່ອ​ເຈົ້າ​ເຮັດ​ແນວ​ນີ້ ເຈົ້າ​ກໍ​ຈະ​ປະ​ສົບ​ຜົນ​ສຳເລັດ​ແລະ​ເຮັດ​ທຸກ​ສິ່ງ​ໄດ້​ຢ່າງ​ສະຫຼາດ.+

  • 1 ກະສັດ 2:3
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ລູກ​ຕ້ອງ​ເຊື່ອ​ຟັງພະ​ເຢໂຫວາ​ພະເຈົ້າ​ຂອງ​ລູກ​ໂດຍ​ໃຊ້​ຊີວິດ​ຢູ່​ໃນ​ແນວ​ທາງ​ຂອງ​ເພິ່ນ ເຮັດ​ຕາມ​ກົດ​ໝາຍ ຄຳ​ສັ່ງ ການ​ຕັດສິນ ແລະ​ຂໍ້​ເຕືອນ​ໃຈ​ຂອງ​ເພິ່ນ​ທີ່​ຂຽນ​ໄວ້​ໃນ​ກົດ​ໝາຍ​ຂອງ​ໂມເຊ+ ແລ້ວ​ລູກ​ຈະ​ປະສົບ​ຜົນ​ສຳເລັດ*ໃນ​ທຸກ​ສິ່ງ​ທີ່​ລູກ​ເຮັດ​ແລະ​ທຸກ​ບ່ອນ​ທີ່​ລູກ​ໄປ.

  • ເພງສັນລະເສີນ 103:17, 18
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 ແຕ່​ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ພະ​ເຢໂຫວາ​ຕໍ່​ຄົນ​ທີ່​ຢ້ານຢຳ​ເພິ່ນ+

      ແລະ​ຄວາມ​ຍຸຕິທຳ​ຂອງ​ເພິ່ນ​ຕໍ່​ລູກ​ຫຼານ​ຂອງ​ເຂົາເຈົ້າ+

      ຈະ​ມີ​ຢູ່​ຕະຫຼອດໄປ.

      18 ລວມ​ທັງ​ຄົນ​ທີ່​ເຮັດ​ຕາມ​ສັນຍາ​ທີ່​ໃຫ້​ໄວ້​ກັບ​ເພິ່ນ+

      ແລະ​ຄົນ​ທີ່​ຕັ້ງໃຈ​ເຮັດ​ຕາມ​ຄຳສັ່ງ​ຂອງ​ເພິ່ນ.

  • ລູກາ 11:28
    ຄຳພີໄບເບິນສະບັບແປໂລກໃໝ່
    • 28 ແຕ່​ພະ​ເຢຊູ​ບອກ​ວ່າ: “ບໍ່​ແມ່ນ​ດອກ. ຄົນ​ທີ່​ມີ​ຄວາມ​ສຸກ​ແມ່ນ​ຄົນ​ທີ່​ໄດ້​ຍິນ​ຄຳສອນ​ຂອງ​ພະເຈົ້າ​ແລະ​ເຮັດ​ຕາມ​ສິ່ງ​ນັ້ນ.”+

ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌