ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 28:45
    ຄຳພີໄບເບິນສະບັບແປໂລກໃໝ່
    • 45 ຄຳ​ສາບແຊ່ງ​ທັງ​ໝົດ​ນີ້+​ຈະ​ເກີດ​ຂຶ້ນ​ກັບ​ພວກ​ເຈົ້າ ແລະ​ຈະ​ຕິດ​ໂຕ​ພວກ​ເຈົ້າ​ໄປ​ຈົນ​ກວ່າ​ພວກ​ເຈົ້າ​ຈະ​ຖືກ​ທຳລາຍ​ຈົນ​ໝົດ+ ຍ້ອນ​ພວກ​ເຈົ້າ​ບໍ່​ໄດ້​ເຊື່ອ​ຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ແລະ​ບໍ່​ໄດ້​ເຮັດ​ຕາມ​ຂໍ້​ກຳນົດ​ກົດ​ໝາຍ​ທີ່​ເພິ່ນ​ໄດ້​ສັ່ງ​ພວກ​ເຈົ້າ.+

  • ພະບັນຍັດ 28:63
    ຄຳພີໄບເບິນສະບັບແປໂລກໃໝ່
    • 63 ຄື​ກັບ​ທີ່​ພະ​ເຢໂຫວາ​ຍິນດີ​ທີ່​ໄດ້​ເຮັດ​ໃຫ້​ພວກ​ເຈົ້າ​ຈະເລີນ​ຮຸ່ງ​ເຮືອງ ແລະ​ເຮັດ​ໃຫ້​ພວກ​ເຈົ້າ​ມີ​ຈຳນວນ​ຫຼາຍ​ຂຶ້ນ ພະ​ເຢໂຫວາ​ກໍ​ຈະ​ຍິນດີ​ທີ່​ຈະ​ທຳລາຍ​ພວກ​ເຈົ້າ​ໃຫ້​ໝົດ​ໄປ​ຈາກ​ໂລກ​ນີ້ ແລະ​ພວກ​ເຈົ້າ​ກໍ​ຈະ​ຖືກ​ຂັບ​ໄລ່​ອອກ​ຈາກ​ແຜ່ນດິນ​ທີ່​ພວກ​ເຈົ້າ​ເຄີຍ​ຢູ່.

  • 1 ກະສັດ 14:15
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ພະ​ເຢໂຫວາ​ຈະລົງໂທດພວກ​ອິດສະຣາເອນ​ແລະ​ເຂົາ​ເຈົ້າ​ຈະ​ເອນ​ໄປ​ເອນ​ມາ​ຄື​ກັບ​ໄມ້​ອໍ້​ທີ່​ຢູ່​ໃນ​ນ້ຳ. ເພິ່ນ​ຈະຫຼົກພວກ​ອິດສະຣາເອນ​ຈົນ​ໝົດ​ຮາກ​ໝົດ​ເຫງົ້າ​ອອກ​ຈາກ​ແຜ່ນດິນ​ທີ່​ດີ​ທີ່​ເພິ່ນ​ເອົາ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ+ ແລະ​ເພິ່ນ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ກະຈັດກະຈາຍ​ໄປ​ຮອດອີກ​ຟາກ​ໜຶ່ງຂອງ​ແມ່​ນ້ຳ​ເອິຟາຣາດ+ ຍ້ອນ​ເຂົາ​ເຈົ້າ​ເຮັດ​ເສົາ​ໄມ້​ສັກສິດ*+ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ໃຈ​ຮ້າຍ.

  • 2 ກະສັດ 17:18
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ພວກ​ອິດສະຣາເອນ​ຫຼາຍ ເພິ່ນ​ຈຶ່ງ​ກຳຈັດ​ເຂົາ​ເຈົ້າ​ອອກ​ໄປ​ຈາກ​ຕໍ່​ໜ້າເພິ່ນ.+ ເພິ່ນ​ບໍ່​ໃຫ້​ໃຜ​ເຫຼືອ​ຢູ່​ໃນແຜ່ນດິນນັ້ນ ຍົກເວັ້ນ​ຕະກູນ​ຢູດາ​ຕະກູນ​ດຽວ.

  • ລູກາ 21:24
    ຄຳພີໄບເບິນສະບັບແປໂລກໃໝ່
    • 24 ເຂົາເຈົ້າ​ຈະ​ຖືກ​ຂ້າ​ດ້ວຍ​ດາບ​ແລະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ປະເທດ​ຕ່າງ​ໆ​*+ ແລະ​ເມືອງ​ເຢຣູຊາເລັມ​ຈະ​ຖືກ​ຊາດ​ອື່ນ​ໆ​ຢຽບ​ຈົນ​ມຸ່ນ ຈົນ​ກວ່າ​ເວລາ​ຂອງ​ຄົນ​ຕ່າງ​ຊາດ​ຈະ​ຈົບ​ລົງ.+

ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌