-
ເອັດຊະຣາ 9:7ຄຳພີໄບເບິນສະບັບແປໂລກໃໝ່
-
-
7 ພວກເຮົາເຮັດຜິດຫຼາຍຕັ້ງແຕ່ສະໄໝປູ່ຍ່າຕານາຍຂອງພວກເຮົາຈົນຮອດທຸກມື້ນີ້.+ ຍ້ອນແນວນີ້ ພະອົງຈຶ່ງໃຫ້ພວກເຮົາ ພວກກະສັດ ແລະພວກປະໂລຫິດຖືກມອບໄວ້ໃນມືຂອງພວກກະສັດຕ່າງຊາດ ຖືກຂ້າດ້ວຍດາບ+ ຖືກຈັບໄປເປັນຊະເລີຍ+ ຖືກປຸ້ນ+ ແລະຖືກເຮັດໃຫ້ອັບອາຍຄືກັບທີ່ເປັນຢູ່ໃນທຸກມື້ນີ້.+
-
-
ດານີເອນ 9:7ຄຳພີໄບເບິນສະບັບແປໂລກໃໝ່
-
-
7 ພະເຢໂຫວາ ພະອົງເຮັດສິ່ງທີ່ຖືກຕ້ອງສະເໝີ ແຕ່ພວກເຮົາພັດເຮັດສິ່ງທີ່ເປັນຕາອາຍຈົນຮອດທຸກມື້ນີ້. ພະອົງເຮັດໃຫ້ຄົນຢູດາ ຄົນໃນເມືອງເຢຣູຊາເລັມ ແລະພວກອິດສະຣາເອນທຸກຄົນກະຈັດກະຈາຍກັນໄປຢູ່ທຸກດິນແດນທັງໃກ້ແລະໄກ ຍ້ອນເຂົາເຈົ້າບໍ່ສັດຊື່ຕໍ່ພະອົງ.+
-