ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອັດຊະຣາ 1:2, 3
    ຄຳພີໄບເບິນສະບັບແປໂລກໃໝ່
    • 2 “ໄຊຣັດ​ກະສັດ​ຂອງ​ເປີເຊຍ​ບອກ​ວ່າ ‘ພະ​ເຢໂຫວາ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ໄດ້​ມອບ​ທຸກ​ປະເທດ​ໃນ​ໂລກ​ນີ້+​ໃຫ້​ຂ້ອຍ ແລະ​ເພິ່ນ​ສັ່ງ​ຂ້ອຍ​ໃຫ້ສ້າງ​ວິຫານ​ໃຫ້​ເພິ່ນ​ໃນ​ເມືອງ​ເຢຣູຊາເລັມ+​ທີ່​ຢູ່​ຢູດາ. 3 ໃຜ​ກໍ​ຕາມ​ທີ່​ເປັນ​ປະຊາຊົນ​ຂອງ​ເພິ່ນ ຂໍ​ໃຫ້​ເພິ່ນ​ຢູ່​ກັບ​ລາວ ແລະ​ໃຫ້​ລາວ​ກັບ​ເມືອ​ເມືອງ​ເຢຣູຊາເລັມ​ທີ່​ຢູ່​ຢູດາ​ເພື່ອ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ຄືນ​ໃໝ່. ເພິ່ນ​ເປັນ​ພະເຈົ້າ​ທ່ຽງແທ້​ແລະ​ເພິ່ນ​ເຄີຍ​ມີ​ວິຫານ​ຢູ່​ເມືອງ​ເຢຣູຊາເລັມ.*

  • ເພງສັນລະເສີນ 147:2
    ຄຳພີໄບເບິນສະບັບແປໂລກໃໝ່
    •  2 ພະ​ເຢໂຫວາ​ສ້າງ​ເຢຣູຊາເລັມ.+

      ເພິ່ນ​ລວບລວມ​ພວກ​ອິດສະຣາເອນ​ທີ່​ກະຈັດ​ກະຈາຍ​ໄປ​ໃຫ້​ກັບ​ມາ.+

  • ເຢເຣມີຢາ 32:37
    ຄຳພີໄບເບິນສະບັບແປໂລກໃໝ່
    • 37 ‘ເຮົາ​ຈະ​ລວບ​ລວມ​ເຂົາ​ເຈົ້າ​ຈາກ​ແຜ່ນດິນ​ຕ່າງ​ໆ​ທີ່​ເຮົາ​ເຮັດ​ໃຫ້​ເຂົາ​ເຈົ້າ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່​ຕອນ​ທີ່​ເຮົາ​ໃຈ​ຮ້າຍ​ຫຼາຍ.+ ເຮົາ​ຈະ​ພາ​ເຂົາ​ເຈົ້າ​ກັບ​ມາ​ບ່ອນ​ນີ້​ແລະ​ໃຫ້​ເຂົາ​ເຈົ້າ​ໄດ້​ຢູ່​ຢ່າງ​ປອດໄພ.+

  • ເອເຊກຽນ 34:13
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ເຮົາ​ຈະ​ພາ​ພວກ​ມັນ​ອອກ​ມາ​ຈາກ​ຊາດ​ຕ່າງ​ໆ​ແລະ​ລວບລວມ​ພວກ​ມັນ​ຈາກ​ແຜ່ນດິນ​ຕ່າງ​ໆ​. ເຮົາ​ຈະ​ພາ​ພວກ​ມັນ​ກັບ​ມາ​ແຜ່ນດິນ​ຂອງ​ໂຕເອງ​ແລະ​ລ້ຽງ​ພວກ​ມັນ​ຢູ່​ຕາມ​ພູ​ຂອງ​ອິດສະຣາເອນ+ ຕາມ​ແຄມ​ແມ່​ນ້ຳ ແລະ​ຕາມ​ບ່ອນ​ທີ່​ຄົນ​ອາໄສ​ຢູ່.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌