-
ຈົດເຊັນບັນຊີ 35:22-24ຄຳພີໄບເບິນສະບັບແປໂລກໃໝ່
-
-
22 ແຕ່ຖ້າຜູ້ໃດຊຸກຫຼືດຶກເຄື່ອງຂອງໃສ່ຄົນອື່ນໂດຍບໍ່ໄດ້ຕັ້ງໃຈແລະບໍ່ໄດ້ກຽດຊັງລາວ+ ແລ້ວຄົນນັ້ນຕາຍ 23 ຫຼືຖ້າຜູ້ໃດເຮັດກ້ອນຫີນຕົກໃສ່ຄົນອື່ນໂດຍບໍ່ໄດ້ເຫັນແລະບໍ່ໄດ້ກຽດຊັງລາວ ແລ້ວຄົນນັ້ນຕາຍ 24 ຄົນທີ່ມີສິດແກ້ແຄ້ນແລະຄົນທີ່ເຮັດໃຫ້ຄົນອື່ນຕາຍ ຕ້ອງໄປຫາພວກຜູ້ຕັດສິນເພື່ອເຂົາເຈົ້າຈະຕັດສິນຕາມກົດໝາຍເຫຼົ່ານີ້.+
-
-
ພະບັນຍັດ 19:4-6ຄຳພີໄບເບິນສະບັບແປໂລກໃໝ່
-
-
4 ຖ້າຜູ້ໃດຂ້າຄົນຕາຍ ແລະລາວບໍ່ຢາກຖືກຂ້າ ລາວຕ້ອງເຮັດແນວນີ້. ເມື່ອລາວເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈ ແລະບໍ່ໄດ້ກຽດຊັງກັນມາກ່ອນ+ 5 ຍົກຕົວຢ່າງ: ເມື່ອລາວໄປຕັດຟືນຢູ່ໃນປ່າ ແລະລາວຍົກຂວານຊິຕັດໄມ້ ແຕ່ຫົວຂວານຫຼຸດຈາກດ້າມໄປຖືກຄົນອື່ນ ແລ້ວເຮັດໃຫ້ຄົນນັ້ນຕາຍ ລາວກໍຕ້ອງໜີໄປເມືອງລີ້ໄພເມືອງໃດເມືອງໜຶ່ງໃນ 3 ເມືອງນີ້.+ 6 ແຕ່ຖ້າລາວໜີໄປບໍ່ທັນຍ້ອນເມືອງເຫຼົ່ານັ້ນຢູ່ໄກໂພດ ຄົນທີ່ມີສິດແກ້ແຄ້ນ+ທີ່ກຳລັງໃຈຮ້າຍແຮງກໍຈະນຳລາວທັນແລະຂ້າລາວໄດ້. ລາວບໍ່ສົມຄວນຕາຍເພາະລາວບໍ່ໄດ້ກຽດຊັງຄົນທີ່ຕາຍນັ້ນ.+
-