-
ພວກຜູ້ຕັດສິນ 7:24, 25ຄຳພີໄບເບິນສະບັບແປໂລກໃໝ່
-
-
24 ກີເດໂອນໄດ້ສົ່ງຄົນໄປບອກທຸກຄົນທີ່ຢູ່ໃນເຂດພູຂອງເອຟຣາຢິມວ່າ: “ໃຫ້ລົງມາຕໍ່ສູ້ພວກມີດີອານ ແລະຍຶດບ່ອນຂ້າມແມ່ນ້ຳຈໍແດນກັບບ່ອນຂ້າມແມ່ນ້ຳຕ່າງໆທີ່ຢູ່ໃນເຂດເບັດບາຣາເພື່ອບໍ່ໃຫ້ພວກສັດຕູຂ້າມໄດ້.” ທະຫານຈາກຕະກູນເອຟຣາຢິມກໍມາລວມໂຕກັນແລະໄດ້ຍຶດບ່ອນຂ້າມແມ່ນ້ຳຈໍແດນກັບບ່ອນຂ້າມແມ່ນ້ຳຕ່າງໆທີ່ຢູ່ໃນເຂດເບັດບາຣາ. 25 ເຂົາເຈົ້າຈັບເຈົ້ານາຍຂອງພວກມີດີອານໄດ້ 2 ຄົນຄືໂອເຣັບກັບເຊເອບ. ເຂົາເຈົ້າຂ້າໂອເຣັບຢູ່ຫີນໃຫຍ່ກ້ອນໜຶ່ງ ເຊິ່ງຕໍ່ມາເຂົາເຈົ້າເອີ້ນຫີນນັ້ນວ່າໂອເຣັບ+ ແລະຂ້າເຊເອບຢູ່ບ່ອນເຮັດເຫຼົ້າແວງ ເຊິ່ງຕໍ່ມາເຂົາເຈົ້າເອີ້ນບ່ອນນັ້ນວ່າເຊເອບ. ແລ້ວເຂົາເຈົ້າກໍໄລ່ນຳຫຼັງພວກມີດີອານຕໍ່ໄປ.+ ເຂົາເຈົ້າໄດ້ຕັດຫົວຂອງໂອເຣັບກັບເຊເອບໄປໃຫ້ກີເດໂອນຢູ່ເຂດແມ່ນ້ຳຈໍແດນ.
-