ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 8:18
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ຢ່າ​ລືມ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ມີ​ຊັບ​ສົມບັດ​ທັງ​ໝົດ​ນີ້+ ຍ້ອນ​ເພິ່ນ​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ໃຫ້​ກັບ​ປູ່ຍ່າຕານາຍ​ຂອງ​ເຈົ້າ​ຄື​ກັບ​ທີ່​ເປັນ​ຢູ່​ຕອນ​ນີ້.+

  • ພະບັນຍັດ 28:12
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ພະ​ເຢໂຫວາ​ຈະເປີດ​ທ້ອງຟ້າ​ອອກ​ຄື​ກັບ​ເປີດ​ສາງທີ່​ອຸດົມ​ສົມບູນ​ຂອງ​ເພິ່ນ ແລະ​ໃຫ້​ມີ​ຝົນ​ຕົກ​ຕາມ​ລະດູ​ການ.+ ເພິ່ນ​ຈະ​ອວຍພອນ​ທຸກ​ຢ່າງ​ທີ່​ພວກ​ເຈົ້າ​ເຮັດ. ຊາດ​ຕ່າງ​ໆ​ຈະ​ມາ​ຢືມ​ນຳ​ພວກ​ເຈົ້າ ແຕ່​ພວກ​ເຈົ້າ​ຈະ​ບໍ່​ຕ້ອງ​ຢືມ​ພວກ​ເຂົາ.+

  • 2 ຂ່າວຄາວ 1:11, 12
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ພະເຈົ້າ​ຈຶ່ງ​ເວົ້າ​ກັບ​ໂຊໂລໂມນ​ວ່າ: “ຍ້ອນ​ເຈົ້າ​ຂໍ​ແບບ​ນີ້ ເຈົ້າ​ບໍ່​ໄດ້​ຂໍ​ໃຫ້​ມີ​ເງິນ​ມີ​ຄຳ ໃຫ້​ຮັ່ງ​ໃຫ້​ມີ ໃຫ້​ມີ​ກຽດຕິຍົດ. ເຈົ້າ​ບໍ່​ໄດ້​ຂໍ​ໃຫ້​ຄົນ​ທີ່​ຊັງ​ເຈົ້າ​ຕາຍ ແລະ​ບໍ່​ໄດ້​ຂໍ​ໃຫ້​ມີ​ອາຍຸ​ຍືນ ແຕ່​ເຈົ້າ​ຂໍ​ໃຫ້​ມີ​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ​ເພື່ອ​ຈະ​ຕັດສິນ​ປະຊາຊົນ​ຂອງ​ເຮົາທີ່​ເຮົາ​ໄດ້​ໃຫ້​ເຈົ້າປົກຄອງ.+ 12 ເຮົາ​ຈະ​ໃຫ້​ເຈົ້າ​ມີ​ສະຕິປັນຍາ​ແລະ​ມີ​ຄວາມ​ເຂົ້າໃຈ. ນອກຈາກນັ້ນ ເຮົາ​ຍັງ​ຈະ​ໃຫ້​ເຈົ້າ​ມີ​ເງິນ​ມີ​ຄຳ ໃຫ້​ຮັ່ງ​ໃຫ້​ມີ ແລະ​ໃຫ້​ມີ​ກຽດຕິຍົດ​ນຳ​ອີກ. ພວກ​ກະສັດ​ທີ່​ປົກຄອງກ່ອນ​ໜ້າ​ເຈົ້າ​ແລະ​ຫຼັງຈາກ​ເຈົ້າຈະ​ບໍ່​ມີ​ໃຜ​ທຽບ​ເຈົ້າ​ໄດ້.”+

  • ໂຢບ 42:12
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ພະ​ເຢໂຫວາ​ໄດ້​ອວຍພອນ​ໃຫ້​ໂຢບ​ຫຼາຍ​ກວ່າ​ໃນ​ຕອນ​ທຳອິດ​ອີກ.+ ລາວ​ມີ​ແກະ 14.000 ໂຕ ອູດ 6.000 ໂຕ ງົວ 2.000 ໂຕ* ແລະ​ລາ​ແມ່ 1.000 ໂຕ.+

  • ສຸພາສິດ 10:22
    ຄຳພີໄບເບິນສະບັບແປໂລກໃໝ່
    • 22 ພອນ​ຈາກ​ພະ​ເຢໂຫວາ​ເຮັດ​ໃຫ້​ຮັ່ງມີ+

      ແລະ​ເພິ່ນ​ບໍ່​ໄດ້​ເຮັດ​ໃຫ້​ຄົນ​ທີ່​ໄດ້​ຮັບ​ພອນ​ເຫຼົ່ານັ້ນ​ເຈິ​ຄວາມ​ຍາກ​ລຳບາກ.*

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌