7 ດາວິດຍັງເອົາໂລ້ວົງມົນທີ່ເປັນຄຳຂອງທະຫານຮາດາເດເຊກັບໄປເມືອງເຢຣູຊາເລັມນຳ. 8 ດາວິດໄດ້ເອົາທອງແດງຈຳນວນຫຼາຍຈາກ 2 ເມືອງຂອງຮາດາເດເຊທີ່ຊື່ຕິບຮາດແລະກູນ. ໂຊໂລໂມນເອົາທອງແດງເຫຼົ່ານີ້ໄປເຮັດອ່າງທະເລທອງແດງ+ ເສົາ 2 ຕົ້ນ ແລະເຄື່ອງໃຊ້ຕ່າງໆ.+