ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ຊາມູເອນ 4:5-8
    ຄຳພີໄບເບິນສະບັບແປໂລກໃໝ່
    • 5 ເຣກາບ​ແລະ​ບາອານ້າ​ລູກຊາຍ​ຂອງ​ຣິມໂມນ​ຄົນ​ເບເອໂຣດ​ໄດ້​ໄປ​ວັງ​ຂອງ​ອິດໂບເຊດ​ຕອນ​ທີ່​ອາກາດ​ຮ້ອນ​ຫຼາຍ ແລະ​ອິດໂບເຊດ​ກຳລັງ​ນອນ​ສວາຍ​ຢູ່. 6 ເຣກາບ​ແລະ​ບາອາ​ນ້າ+ເຂົ້າ​ໄປ​ໃນ​ວັງ ເຮັດ​ທຳ​ທ່າ​ວ່າ​ຈະ​ໄປ​ເອົາ​ເຂົ້າ​ວີດ* ແຕ່​ເຂົາ​ເຈົ້າ​ພັດ​ໄປ​ແທງ​ທ້ອງ​ຂອງ​ອິດໂບເຊດ ແລ້ວ​ກໍ​ໜີ​ໄປ. 7 ຕອນ​ທີ່​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ວັງ ອິດໂບເຊດ​ກຳລັງ​ນອນ​ຢູ່​ເທິງ​ຕຽງ​ໃນ​ຫ້ອງ​ນອນ​ຂອງ​ລາວ. ເຂົາ​ເຈົ້າ​ຂ້າ​ອິດໂບເຊດ​ແລ້ວ​ຕັດ​ເອົາ​ຫົວ​ລາວ​ໄປ. ເຂົາ​ເຈົ້າ​ຍ່າງ​ໝົດ​ຄືນ​ຕາມ​ທາງ​ໄປ​ອາຣາບາ. 8 ເຂົາ​ເຈົ້າ​ເອົາ​ຫົວ​ຂອງ​ອິດໂບເຊດ+ໄປ​ໃຫ້​ກະສັດ​ດາວິດ​ຢູ່​ເມືອງ​ເຮັບໂຣນ​ແລະ​ເວົ້າ​ວ່າ: “ນີ້​ແມ່ນ​ຫົວ​ຂອງ​ອິດໂບເຊດ​ລູກຊາຍ​ຂອງ​ຊາອູນ​ທີ່​ເຄີຍ​ເປັນ​ສັດຕູ+ໄລ່ລ່າ​ຂ້າ​ທ່ານ.+ ມື້​ນີ້​ພະ​ເຢໂຫວາ​ໄດ້​ແກ້ແຄ້ນ​ຊາອູນ​ແລະ​ລູກ​ຫຼານ​ຂອງ​ລາວໃຫ້​ກະສັດຜູ້​ເປັນ​ນາຍ​ຂອງ​ຂ້ອຍ​ແລ້ວ.”

  • 2 ຊາມູເອນ 4:12
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ແລ້ວ​ດາວິດ​ກໍ​ສັ່ງ​ໃຫ້​ຄົນ​ຂອງ​ລາວ​ຂ້າ​ເຣກາບ​ແລະ​ບາອານ້າ.+ ເຂົາ​ເຈົ້າ​ຕັດ​ມື​ຕັດ​ຕີນ​ຂອງ 2 ຄົນ​ນັ້ນ​ແລ້ວ​ເອົາ​ໄປ​ຫ້ອຍ​ໄວ້+ຢູ່​ທາງ​ຂ້າງ​ສະ​ນ້ຳ​ໃນ​ເມືອງ​ເຮັບໂຣນ. ແຕ່​ເຂົາ​ເຈົ້າ​ເອົາ​ຫົວ​ຂອງ​ອິດໂບເຊດ​ໄປ​ຝັງ​ຢູ່​ໃນ​ບ່ອນ​ຝັງ​ສົບ​ຂອງ​ອັບເນ​ໃນ​ເມືອງ​ເຮັບໂຣນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌