-
ປະຖົມມະການ 32:1, 2ຄຳພີໄບເບິນສະບັບແປໂລກໃໝ່
-
-
32 ຈາກນັ້ນ ຢາໂຄບກໍອອກເດີນທາງ ແລ້ວທູດສະຫວັນຂອງພະເຈົ້າກໍມາຫາລາວ. 2 ເມື່ອເຫັນທູດສະຫວັນເຫຼົ່ານັ້ນ ລາວກໍເວົ້າວ່າ: “ນີ້ແມ່ນບ່ອນທີ່ກອງທັບຂອງພະເຈົ້າຢູ່!” ຢາໂຄບຈຶ່ງເອີ້ນບ່ອນນັ້ນວ່າມາຮານາຢິມ.*
-
-
ໂຢຊວຍ 13:29, 30ຄຳພີໄບເບິນສະບັບແປໂລກໃໝ່
-
-
29 ແລ້ວໂມເຊກໍເອົາດິນໃຫ້ເຄິ່ງໜຶ່ງຂອງຕະກູນມານາເຊເປັນມໍລະດົກ ໂດຍແບ່ງໃຫ້ຕາມຈຸ້ມເຈື້ອຂອງເຂົາເຈົ້າ.+ 30 ເຂດຂອງເຂົາເຈົ້າກວມເອົາແຜ່ນດິນທັງໝົດຂອງໂອກກະສັດຂອງບາຊານ ເຊິ່ງເລີ່ມຕັ້ງແຕ່ເມືອງມາຮານາຢິມ+ ເຂດບາຊານທັງໝົດ ແລະເມືອງນ້ອຍໆທັງໝົດຂອງຢາອີ+ໃນບາຊານ. ລວມທັງໝົດມີ 60 ເມືອງ.
-