-
ໂຢຊວຍ 12:2, 3ຄຳພີໄບເບິນສະບັບແປໂລກໃໝ່
-
-
2 ຄົນໜຶ່ງແມ່ນສີໂຮນ+ກະສັດຂອງຄົນອາໂມທີ່ຢູ່ເມືອງເຮັດຊະໂບນ. ລາວປົກຄອງເມືອງອາໂຣເອ+ທີ່ຢູ່ແຄມຮ່ອມພູ*ອາໂນນ.+ ລາວປົກຄອງຕັ້ງແຕ່ກາງຮ່ອມພູນັ້ນກັບເຄິ່ງໜຶ່ງຂອງເຂດກິລຽດໄປຈົນຮອດຮ່ອມພູ*ຢັບໂບກທີ່ເປັນເຂດແດນຂອງພວກອຳໂມນ. 3 ລາວຍັງປົກຄອງຟາກທິດຕາເວັນອອກຂອງຮ່ອມພູອາຣາບາຂຶ້ນໄປຈົນຮອດທະເລກິນເນເຣດ*+ ແລະລົງມາຈົນຮອດທະເລຂອງເຂດອາຣາບາທີ່ມີອີກຊື່ໜຶ່ງວ່າທະເລເກືອ* ແລ້ວອອກໄປທາງເບັດເຢຊີໂມດທີ່ຢູ່ທາງທິດຕາເວັນອອກ ແລະໄປທາງເນີນພູປິຊະກາທີ່ຢູ່ທາງທິດໃຕ້.+
-