-
2 ຊາມູເອນ 5:22ຄຳພີໄບເບິນສະບັບແປໂລກໃໝ່
-
-
22 ຕໍ່ມາ ພວກຟີລິດສະຕີນມາບຸກໂຈມຕີຢູ່ທົ່ວຮ່ອມພູເຣຟາຢິມອີກ.+
-
-
1 ຂ່າວຄາວ 11:15-19ຄຳພີໄບເບິນສະບັບແປໂລກໃໝ່
-
-
15 ມີເທື່ອໜຶ່ງ ພວກຫົວໜ້າ 3 ຄົນໃນຈຳນວນຫົວໜ້າ 30 ຄົນໄດ້ໄປຫາດາວິດຢູ່ຖ້ຳໃນອະດຸລາມ+ເຊິ່ງຢູ່ແຖວພູທີ່ເປັນຫີນ ແລະພວກຟີລິດສະຕີນໄດ້ຕັ້ງຄ້າຍຢູ່ຮ່ອມພູເຣຟາຢິມ.+ 16 ຕອນນັ້ນດາວິດລີ້ຢູ່ບ່ອນທີ່ປອດໄພ ແລະທະຫານຟີລິດສະຕີນກອງໜຶ່ງຢູ່ໃນເມືອງເບັດເລເຮັມ. 17 ດາວິດຄິດຮອດນ້ຳສ້າງທີ່ຢູ່ຂ້າງປະຕູເມືອງເບັດເລເຮັມ+ ລາວຈຶ່ງເວົ້າອອກມາວ່າ: “ຂ້ອຍຢາກກິນນ້ຳຢູ່ຫັ້ນເດ້!” 18 ເມື່ອທະຫານ 3 ຄົນທີ່ເກັ່ງທີ່ສຸດຮູ້ເລື່ອງນີ້ ເຂົາເຈົ້າກໍບຸກເຂົ້າໄປໃນຄ້າຍຂອງພວກຟີລິດສະຕີນ ແລະຕັກເອົານ້ຳຈາກນ້ຳສ້າງທີ່ຢູ່ຂ້າງປະຕູເມືອງເບັດເລເຮັມມາໃຫ້ດາວິດ ແຕ່ດາວິດບໍ່ຍອມກິນ. ລາວຖອກນ້ຳລົງດິນໃຫ້ພະເຢໂຫວາ. 19 ດາວິດເວົ້າວ່າ: “ຂ້ອຍຈະບໍ່ກິນນ້ຳນີ້ເດັດຂາດ! ຍ້ອນຂ້ອຍນັບຖືພະເຈົ້າຫຼາຍ. 3 ຄົນນີ້ສ່ຽງຊີວິດໄປເອົານ້ຳນີ້ມາໃຫ້ຂ້ອຍ ຖ້າຂ້ອຍກິນກໍສ່ຳກັບວ່າຂ້ອຍກິນເລືອດຂອງເຂົາເຈົ້າ.”+ ດາວິດຈຶ່ງບໍ່ຍອມກິນນ້ຳນັ້ນ. ທັງໝົດນີ້ແມ່ນສິ່ງທີ່ທະຫານ 3 ຄົນທີ່ເກັ່ງທີ່ສຸດຂອງດາວິດໄດ້ເຮັດ.
-