-
1 ຂ່າວຄາວ 21:8-13ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ດາວິດເວົ້າກັບພະເຈົ້າທ່ຽງແທ້ວ່າ: “ລູກເຮັດຜິດ+ຫຼາຍແທ້ໆ. ຂໍຍົກໂທດໃຫ້ລູກທີ່ເປັນຜູ້ຮັບໃຊ້ຂອງພະອົງ.+ ລູກໄດ້ເຮັດສິ່ງທີ່ໂງ່ຫຼາຍ.”+ 9 ແລ້ວພະເຢໂຫວາກໍບອກຜູ້ພະຍາກອນຄາດ+ທາງນິມິດວ່າ: 10 “ໃຫ້ໄປບອກດາວິດວ່າ ‘ພະເຢໂຫວາເວົ້າແບບນີ້ “ຂ້ອຍຈະລົງໂທດເຈົ້າ. ແຕ່ຂ້ອຍມີ 3 ທາງໃຫ້ເຈົ້າເລືອກ ໃຫ້ເຈົ້າເລືອກເອົາອັນໃດອັນໜຶ່ງ.”’” 11 ຜູ້ພະຍາກອນຄາດກໍໄປຫາດາວິດແລະບອກລາວວ່າ: “ພະເຢໂຫວາເວົ້າຈັ່ງຊີ້ ‘ໃຫ້ເຈົ້າເລືອກເອົາວ່າ 12 ຈະໃຫ້ມີຄວາມອຶດຢາກ 3 ປີ+ ຫຼືຈະໃຫ້ພວກສັດຕູຊະນະແລະຂ້າຄົນຂອງພວກເຈົ້າດ້ວຍດາບ 3 ເດືອນ+ ຫຼືຈະໃຫ້ພະເຢໂຫວາລົງໂທດດ້ວຍດາບ 3 ມື້ ເຊິ່ງໝາຍຄວາມວ່າໃນ 3 ມື້ນັ້ນທູດສະຫວັນຂອງພະເຢໂຫວາ+ຈະເຮັດໃຫ້ເກີດໂລກລະບາດທົ່ວອິດສະຣາເອນ.’+ ຕອນນີ້ ຂໍໃຫ້ທ່ານຄິດດີໆວ່າທ່ານຢາກໃຫ້ຂ້ອຍຕອບພະເຈົ້າແນວໃດ.” 13 ດາວິດຕອບລາວວ່າ: “ຂ້ອຍຮູ້ສຶກເສຍໃຈຫຼາຍ. ຂໍໃຫ້ພະເຢໂຫວາລົງໂທດຂ້ອຍຕາມທີ່ເພິ່ນເລືອກເພາະເພິ່ນຈະອີ່ຕົນຂ້ອຍ+ ແຕ່ຂໍຢ່າໃຫ້ມະນຸດລົງໂທດຂ້ອຍເລີຍ.”+
-