ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຈົດເຊັນບັນຊີ 16:46, 47
    ຄຳພີໄບເບິນສະບັບແປໂລກໃໝ່
    • 46 ໂມເຊ​ບອກ​ອາໂຣນ​ວ່າ: “ໃຫ້​ເຈົ້າ​ໄປ​ເອົາ​ແນວ​ໃສ່​ເຄື່ອງຫອມ​ມາ ເອົາ​ຖ່ານ​ໄຟຢູ່ແທ່ນ​ບູຊາ​ໃສ່+ ແລ້ວ​ກໍ​ເອົາ​ເຄື່ອງຫອມ​ໃສ່ ແລະ​ໃຫ້​ເຈົ້າ​ຟ້າວ​ໄປ​ຫາ​ປະຊາຊົນ ເພື່ອ​ໄຖ່​ຄວາມ​ຜິດ​ໃຫ້​ເຂົາ​ເຈົ້າ+ ຍ້ອນ​ພະ​ເຢໂຫວາ​ໃຈ​ຮ້າຍແຮງ ແລະ​ປະຊາຊົນ​ກໍ​ເລີ່ມ​ຕາຍ​ຍ້ອນໂລກລະບາດແລ້ວ!” 47 ອາໂຣນ​ກໍ​ຟ້າວ​ເຮັດ​ຕາມ​ທີ່​ໂມເຊ​ບອກ​ທັນທີ. ລາວ​ແລ່ນ​ອອກ​ໄປ​ຫາ​ປະຊາຊົນ. ຕອນ​ນັ້ນ ປະຊາຊົນ​ກໍ​ເລີ່ມ​ຕາຍຍ້ອນ​ໂລກລະບາດ​ແລ້ວ. ລາວ​ເອົາ​ເຄື່ອງຫອມ​ໃສ່​ໃນ​ແນວ​ໃສ່​ເຄື່ອງຫອມ​ໄປ​ໄຖ່​ບາບ​ໃຫ້​ປະຊາຊົນ.

  • ຈົດເຊັນບັນຊີ 25:8
    ຄຳພີໄບເບິນສະບັບແປໂລກໃໝ່
    • 8 ລາວ​ຍ່າງ​ນຳ​ຫຼັງ​ຜູ້​ຊາຍ​ອິດສະຣາເອນ​ຄົນ​ນັ້ນ​ເຂົ້າ​ໄປ​ໃນ​ເຕັ້ນ ແລ້ວ​ກໍ​ແທງ​ຜູ້​ຊາຍ​ຄົນ​ນັ້ນ​ຈົນຊອດທ້ອງນ້ອຍ*ຂອງ​ຜູ້​ຍິງ. ຫຼັງ​ຈາກ​ນັ້ນ ໂລກລະບາດ​ທີ່​ເກີດ​ຂຶ້ນ​ກັບ​ພວກ​ອິດສະຣາເອນ​ກໍ​ເຊົາ.+

  • 2 ຊາມູເອນ 24:15
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ພະ​ເຢໂຫວາ​ຈຶ່ງ​ເຮັດ​ໃຫ້​ເກີດ​ໂລກລະບາດ​+ທົ່ວ​ອິດສະຣາເອນ​ຕັ້ງ​ແຕ່​ເຊົ້າ​ມື້​ນັ້ນ​ຈົນ​ຮອດ​ເວລາ​ທີ່​ເພິ່ນ​ກຳນົດ​ໄວ້. ມີ​ປະຊາຊົນ​ຕາຍ+ 70.000 ຄົນ​ຕັ້ງ​ແຕ່​ເມືອງ​ດານ​ຈົນ​ຮອດ​ເມືອງ​ເບເອເຊບາ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌