-
1 ຂ່າວຄາວ 21:24-28ຄຳພີໄບເບິນສະບັບແປໂລກໃໝ່
-
-
24 ແຕ່ກະສັດດາວິດບອກໂອເຣນານວ່າ: “ບໍ່ໄດ້ ຂ້ອຍຈະຊື້ເອົາໃນລາຄາເຕັມ. ຂ້ອຍຈະເອົາເຄື່ອງຂອງເຈົ້າລ້າໆແລ້ວເອົາໄປໃຫ້ພະເຢໂຫວາຫຼືໄປເຜົາເປັນເຄື່ອງບູຊາບໍ່ໄດ້ດອກ.”+ 25 ດາວິດຈຶ່ງຈ່າຍຄ່າດິນຕອນນັ້ນໃຫ້ໂອເຣນານເປັນຄຳໜັກ 600 ເຊເກນ.* 26 ດາວິດໄດ້ສ້າງແທ່ນບູຊາ+ໃຫ້ພະເຢໂຫວາຢູ່ຫັ້ນແລະເຜົາເຄື່ອງບູຊາເຜົາກັບເຄື່ອງບູຊາສ້າງຄວາມສະຫງົບສຸກໃຫ້ເພິ່ນ. ແລ້ວດາວິດກໍອະທິດຖານຫາພະເຢໂຫວາແລະເພິ່ນໄດ້ຕອບລາວໂດຍໃຫ້ໄຟ+ຕົກລົງມາຈາກຟ້າເພື່ອເຜົາເຄື່ອງບູຊາທີ່ຢູ່ເທິງແທ່ນນັ້ນ. 27 ຈາກນັ້ນ ພະເຢໂຫວາໄດ້ສັ່ງທູດສະຫວັນ+ໃຫ້ເອົາດາບໃສ່ຝັກໄວ້. 28 ເມື່ອດາວິດເຫັນວ່າພະເຢໂຫວາຕອບຄຳອະທິດຖານຂອງລາວຢູ່ລານຟາດເຂົ້າຂອງໂອເຣນານຄົນເຢບຸດ ລາວກໍເຜົາເຄື່ອງບູຊາໃຫ້ເພິ່ນຢູ່ຫັ້ນຕໍ່ໆໄປ.
-