-
2 ຊາມູເອນ 2:22, 23ຄຳພີໄບເບິນສະບັບແປໂລກໃໝ່
-
-
22 ອັບເນຈຶ່ງບອກອາສາເຮນອີກເທື່ອໜຶ່ງວ່າ: “ເຊົາແລ່ນໄລ່ຂ້ອຍແມ້. ຂ້ອຍບໍ່ຢາກຂ້າເຈົ້າ. ຖ້າຂ້ອຍຂ້າເຈົ້າ ຂ້ອຍຈະກ້າສູ້ໜ້າໂຢອາບອ້າຍຂອງເຈົ້າໄດ້ແນວໃດ?” 23 ແຕ່ອາສາເຮນກໍຍັງບໍ່ເຊົາແລ່ນໄລ່ ອັບເນຈຶ່ງເອົາປາຍຫອກແທງກັບຫຼັງແລະສຽບທ້ອງຂອງອາສາເຮນ+ຈົນຊອດຮອດຫຼັງ. ລາວລົ້ມຟຸບລົງຫັ້ນແລ້ວກໍຕາຍ. ເມື່ອພວກທະຫານມາຮອດບ່ອນທີ່ອາສາເຮນນອນຕາຍຢູ່ ເຂົາເຈົ້າກໍຢຸດຢູ່ຫັ້ນບຶດໜຶ່ງ.
-