-
2 ຂ່າວຄາວ 9:1, 2ຄຳພີໄບເບິນສະບັບແປໂລກໃໝ່
-
-
9 ລາຊີນີຂອງປະເທດເຊບາ+ໄດ້ຍິນຊື່ສຽງຂອງໂຊໂລໂມນ ລາວຈຶ່ງມາເມືອງເຢຣູຊາເລັມເພື່ອທົດສອບສະຕິປັນຍາຂອງໂຊໂລໂມນໂດຍຖາມຄຳຖາມ*ທີ່ຍາກໆ. ລາວມາກັບຄົນຂອງລາວທີ່ເປັນຂະບວນໃຫຍ່ ພ້ອມກັບຝູງອູດທີ່ຂົນນ້ຳມັນຫອມ ຄຳ+ ແລະເພັດນິນຈິນດາຈຳນວນຫຼາຍ. ລາວເຂົ້າໄປຫາໂຊໂລໂມນແລະຖາມທຸກສິ່ງທຸກຢ່າງທີ່ລາວຢາກຮູ້.+ 2 ໂຊໂລໂມນຕອບຄຳຖາມຂອງລາວໄດ້ທຸກຂໍ້. ບໍ່ມີຫຍັງຍາກໂພດສຳລັບ*ໂຊໂລໂມນ. ລາວອະທິບາຍໄດ້ທຸກຢ່າງ.
-